ທ່​ານ​ປ​ະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລ​ິກ​າ Joe Biden ແລະ ທ່ານ​ປະ​ທານ​ປ​ະ​ເທດ ຈີນ ​ສີ​ຈີ້ນ​ຜີງ ເລີ່ມ​ຕົ້ນ​ກອງ​ປະ​ຊ​ຸ​ມ​ສຸດຍອດ​ທາງ​ໄກ

(VOVWORLD) -ວົງການນັກສັງເກດການສາກົນບໍ່ຕັ້ງຄວາມຫວັງຫຼາຍປານໃດຕໍ່ ກອງປະຊຸມສຸດຍອດທາງໄກ ອາເມລິກາ - ຈີນ ຄັ້ງນີ້, ແຕ່ໄດ້ຕີລາຄາເຫດການນີ້ແມ່ນມີຄວາມສຳຄັນຫຼາຍຍ້ອນການນຳທັງ 2 ທ່ານລ້ວມແຕ່ມີເຈດຈຳນົງຢາກເຊື່ອມຕໍ່ສາຍພົວພັນ ອາເມລິກາ - ຈິນ ທີ່ກຳລັງຫຼູດນ້ອຍຖອຍລົງໃນຊຸມປີໃກ້ໆນີ້.
ທ່​ານ​ປ​ະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລ​ິກ​າ Joe Biden ແລະ ທ່ານ​ປະ​ທານ​ປ​ະ​ເທດ ຈີນ ​ສີ​ຈີ້ນ​ຜີງ ເລີ່ມ​ຕົ້ນ​ກອງ​ປະ​ຊ​ຸ​ມ​ສຸດຍອດ​ທາງ​ໄກ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜີງ
(ພາບ: AFP/TTXVN)

ເວລາ 7 ໂມງ 45 ນາທີຂອງຕອນເຊົ້າວັນທີ 16 ພະຈິກ (ຕາມເວລາ ຫວຽດນາມ), ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜີງ ໄດ້ເລີ່ມຕົ້ນກອງປະຊຸມສຸດຍອດທາງໄກ ໃນທ່າມກາງທີ່ການພົວພັນລະຫວ່າງ 2 ປະເທດກຳລັງເຄັ່ງຕຶງ. ທ່ານເລຂາການຂ່າວ ທຳນຽບຂາວ ອາເມລິກາ Jen Psaki ໃຫ້ຮູ້ວ່າ “ການເຈລະຈາຈະໄດ້ດຳເນີນໃນເວລາສອງສາມຊົວໂມງ” ແລະ ການນຳ 2 ທ່ານຈະປືກສາຫາລືກ່ຽວກັບຮູບແບບຄຸ້ມຄອງການແກ້ງແຍ້ງລະຫວ່າງ 2 ປະເທດແບບມີຄວາມຮັບຜິດຊອບ, ກໍຄືບັນດາມາດຕະການຮ່ວມມືໃນຂົງເຂດທີ່ຕ່າງຝ່າຍຕ່າງທມີຄວາມສົນໃຈ. ທ່ານນາງໂຄສົກກະຊວງການຕ່າງປະເທດ ຈີນ ຮົວຊວັນຢີງ ໃຫ້ຮູ້ວ່າ ການນຳ 2 ທ່ານຈະແລກປ່ຽນທັດສະນະກ່ຽວກັບການພົວພັນ 2 ຝ່າຍ ແລະ ບັນດາບັນຫາກ່ຽວກັບຜົນປະໂຫຍດຂອງ 2 ປະເທດ. ໃນສານທີ່ໄດ້ສົ່ງເຖິງ ຄະນະແຫ່ງຊາດກ່ຽວກັບການພົວພັນ ອາເມລິກາ - ຈີນ ກອນນີ້, ທ່ານປະທານປະເທດ ຈີນ ສີຈີ້ນຜີງ ໄດ້ເວົ້າວ່າສາຍພົວພັນ 2 ຝ່າຍກຳລັງຢູ່ “ຈຸດເວລາເປັນປະຫວັດສາດທີ່ສຳຄັນ”.

ວົງການນັກສັງເກດການສາກົນບໍ່ຕັ້ງຄວາມຫວັງຫຼາຍປານໃດຕໍ່ ກອງປະຊຸມສຸດຍອດທາງໄກ ອາເມລິກາ - ຈີນ ຄັ້ງນີ້, ແຕ່ໄດ້ຕີລາຄາເຫດການນີ້ແມ່ນມີຄວາມສຳຄັນຫຼາຍຍ້ອນການນຳທັງ 2 ທ່ານລ້ວມແຕ່ມີເຈດຈຳນົງຢາກເຊື່ອມຕໍ່ສາຍພົວພັນ ອາເມລິກາ - ຈິນ ທີ່ກຳລັງຫຼູດນ້ອຍຖອຍລົງໃນຊຸມປີໃກ້ໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ