ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຍີ່​ປຸ່ນ

(VOVWORLD) - ວັນທີ 22 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ໄປຍັງ ຍີ່ປຸ່ນ, ເຊິ່ງແມ່ນປະເທດຢ້ຽມຢາມທີ 2 ໃນການປະຕິບັດງານຢູ່ອາຊີ ທີ່ແກ່ຍາວເປັນເວລາ 5 ວັນ, ພາຍຫຼັງຢ້ຽມຢາມ ສ.ເກົາຫຼີ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຍີ່​ປຸ່ນ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: AFP/TTXVN)

ໃນການຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດທີ່ ຍີ່ປຸ່ນ ນັບແຕ່ເວລາດຳລົງຕຳແໜ່ງ, ທ່ານ Joe Biden ຄາດວ່າ ຈະມີການພົບປະກັບພະເຈົ້າຈັກກະພັດຍີ່ປຸ່ນ Naruhito. ຫຼັງຈາກນັ້ນ, ທ່ານປະທານາທິບໍດີ Joe Biden ຈະມີການພົບປະເຈລະຈາກັບ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio. ສິ້ນສຸດການເຈລະຈາ, ການນຳສອງທ່ານຈະເຂົ້າຮ່ວມການປະຊຸມຖະແຫຼງຂ່າວຮ່ວມ.

ວັນທີ 24 ພຶດສະພາ, ທ່ານປະທານາທິບໍດີ Joe Biden ແລະ ທ່ານນາຍົກລັດຖະມົນຕີ Kishida Fumio ຈະເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມ 4 ປະເທດ ພ້ອມກັບບັນດາການນຳ ອົດສະຕາລີ ແລະ ອິນເດຍ ຢູ່ນະຄອນຫຼວງໂຕກຽວ, ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ