ທ່ານປະທານາທິບໍດີ ອາເມລິກາ ກ່າວເຕືອນປິດປະຕູລັດຖະບານສະຫະລັດຍ້ອນກ່ຽວຂ້ອງເຖິງບັນຫາຄົນເຂົ້າເມືອງ

(VOVWORLD) - ທ່ານ Donald Trump ເນັ້ນໜັກວ່າ: ທ່ານໄດ້ກຽມພ້ອມໃຫ້ລັດຖະບານປິດປະຕູຖ້າຫາກວ່າພັກປະຊາທິປະໄຕ ປະຕິເສດປ່ອນບັດສະໜັບສະໜູນຄວາມໝັ້ນຄົງຢູ່ເຂດຊາຍແດນ...

ທ່ານປະທານາທິບໍດີ ອາເມລິກາ ກ່າວເຕືອນປິດປະຕູລັດຖະບານສະຫະລັດຍ້ອນກ່ຽວຂ້ອງເຖິງບັນຫາຄົນເຂົ້າເມືອງ - ảnh 1 ຄົນເຂົ້າເມືອງຢູ່ທ່າກ່ຳປັ່ນ El Chaparral ຢູ່ Tijuana, ຊາຍແດນ ເມັກຊີໂກ - ອາເມລິກາ

(ພາບ: AFP/TTXVN)

ວັນທີ 29 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດຈະອະນຸຍາດໃຫ້ອຳນາດການປົກຄອງສະຫະລັດ ປິດປະຕູຖ້າຫາກວ່າ ພັກປະຊາທິປະໄຕ ປະຕິເສດການສະໜັບສະໜູນການປ່ຽນແປງອັນໃຫຍ່ຫຼວງສຳລັບຮ່າງກົດໝາຍວ່າດ້ວຍການອົບພະຍົບ ແລະ ຢູ່ອາໄສ. ໃນສື່ອອນລາຍສັງຄົມ Twitter, ທ່ານ Donald Trump ເນັ້ນໜັກວ່າ: ທ່ານໄດ້ກຽມພ້ອມໃຫ້ລັດຖະບານປິດປະຕູຖ້າຫາກວ່າພັກປະຊາທິປະໄຕ ປະຕິເສດປ່ອນບັດສະໜັບສະໜູນຄວາມໝັ້ນຄົງຢູ່ເຂດຊາຍແດນ, ໃນນັ້ນມີການກໍ່ສ້າງກຳແພງຢູ່ເຂດຊາຍແດນຕິດກັບ ເມັກຊີໂກ ແລະ ຍົກເລີກລາຍການວີຊາແບບສຸ່ມເລືອກເອົາ.

        ທ່ານປະທານາທິບໍດີ Donald Trump ຢາກໃຫ້ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍການອົບພະຍົບ ແລະ ຢູ່ອາໄສເພື່ອແນໃສ່ແກ້ໄຂບັນດາບັນຫາຄົນເຂົ້າເມືອງ. ເຖິງວ່າ ພັກສາທາລະນະລັດ ກວມອັດຕາສ່ວນຫຼາຍໃນສະພາສູງ ແລະ ສະພາຕ່ຳກໍ່ຕາມ, ແຕ່ຄວາມບໍ່ລົງລອຍກັນລະຫວ່າງຝ່າຍນິຍົມຄວາມສະຫງົບ ແລະ ຝ່າຍນິຍົມຮັກສາເດີມ ຢູ່ພາຍໃນພັກນີ້ເອງກໍ່ໄດ້ກີດຂວາງເລື່ອງຮັບຮອງເອົາຮ່າງກົດໝາຍສະບັບນີ້ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ