ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປະ​ກາດ​ໃຊ້ ກົດ​ໝາຍ​ວ່າ​ດ້ວຍ​ການ​ໃຊ້​ຈ່າຍ​ດ້ານ​ປ້ອງ​ກັນ​ຊາດ 770 ຕື້ USD

(VOVWORLD) -ກ່າວຄຳເຫັນພາຍຫຼັງເຊັນປະກາດໃຊ້ NDAA, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເນັ້ນໜັກວ່າ ກົດໝາຍສະບັບນີ້ ໄດ້ນຳມາເຊິ່ງຜົນປະໂຫຍດສຳຄັນ ແລະ ເພີ່ມທະວີຄວາມສາມາດໃນການເຂົ້າໃກ້ກັບຄວາມຍຸຕິທຳໃຫ້ແກ່ນາຍທະຫານ ແລະ ຄອບຄົວຂອງເຂົາເຈົ້າ
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປະ​ກາດ​ໃຊ້ ກົດ​ໝາຍ​ວ່າ​ດ້ວຍ​ການ​ໃຊ້​ຈ່າຍ​ດ້ານ​ປ້ອງ​ກັນ​ຊາດ 770 ຕື້ USD - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ລົງນາມປະກາດໃຊ້ກົດໝາຍວ່າດ້ວຍການໃຊ້ຈ່າຍດ້ານປ້ອງກັນຊາດ  (ພາບ: AFP/TTXVN)

ວັນທີ 27 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ລົງນາມປະກາດໃຊ້ກົດໝາຍວ່າດ້ວຍການໃຊ້ຈ່າຍດ້ານປ້ອງກັນຊາດ (NDAA) ໃຫ້ແກ່ປີການເງິນ 2022, ຜ່ານນັ້ນ ກໍ່ໃຫ້ສັດຕະຍາບັນບ້ວງງົບປະມານ 770 ຕື້ USD ໃຫ້ແກ່ການໃຊ້ຈ່າຍດ້ານປ້ອງກັນຊາດ. ກ່ອນໜ້ານັ້ນ, ສະພາສູງ ແລະ ສະພາຕ່ຳຂອງ ລັດຖະສະພາ ອາເມລິກາ ໄດ້ຮັບຮອງເອົາກົດໝາຍສະບັບດັ່ງກ່າວດ້ວຍອັດຕາສະໜັບສະໜູນຢູ່ລະດັບສູງ ຈາກທັງສອງຝ່າຍ. ເອກະສານສະບັບນີ້ ໄດ້ຮັບຖືວ່າ ມີບົດບາດກຳນົດທິດທາງນະໂຍບາຍ ຂອງ ກະຊວງປ້ອງກັນປະເທດ ອາເມລິກາ ໃນປີ 2022. ກ່າວຄຳເຫັນພາຍຫຼັງເຊັນປະກາດໃຊ້ NDAA, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເນັ້ນໜັກວ່າ ກົດໝາຍສະບັບນີ້ ໄດ້ນຳມາເຊິ່ງຜົນປະໂຫຍດສຳຄັນ ແລະ ເພີ່ມທະວີຄວາມສາມາດໃນການເຂົ້າໃກ້ກັບຄວາມຍຸຕິທຳໃຫ້ແກ່ນາຍທະຫານ ແລະ ຄອບຄົວຂອງເຂົາເຈົ້າ, ກໍ່ຄືບັນດາອົງການສຳຄັນໃນການໜູນຊ່ວຍການປ້ອງກັນຊາດ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ