ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ ພິ​ຈາ​ລະ​ນາ​ການຈັດ​ວາງ​ອັດ​ຕາ​ພາ​ສີ​ໃໝ່​ສ​ຳ​ລັບ​ຈີນ​ພາຍຫຼັງ​ກອງ​ປະ​ຊຸມ​ G20

(VOVWORLD) - ທ່ານ ກາວເຟີງ ໂຄສົກກະຊວງການຄ້າຂອງຈີນໄດ້ຖະແຫຼງວ່າ ປະເທດນີ້ຈະ “ຕໍ່ສູ້ຈົນເຖິງຂັ້ນສຸດທ້າຍ” ຖ້າຫາກວ່າ ອາເມລິກາ ມີບັນດາການກະທຳເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າປີນຂັ້ນໄດ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ ພິ​ຈາ​ລະ​ນາ​ການຈັດ​ວາງ​ອັດ​ຕາ​ພາ​ສີ​ໃໝ່​ສ​ຳ​ລັບ​ຈີນ​ພາຍຫຼັງ​ກອງ​ປະ​ຊຸມ​ G20 - ảnh 1ສິນຄ້າຂອງຈີນ ຢູ່ທ່າກຳປັ່ນ Long Beach, California, ອາເມລິກາ (ພາບ: AFP/TTXVN)

         ວັນທີ 6 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trumpໃຫ້ຮູ້ວ່າ ທ່ານຈະລໍຖ້າຈົນຮອດພາຍຫຼັງກອງປະຊຸມສຸດຍອດກຸ່ມບັນດາ ພື້ນຖານເສດຖະກິດ ຫາກໍ່ພົ້ນເດັ່ນຂຶ້ນ ແລະ ຢູ່ແຖວໜ້າຂອງໂລກ G20 ຄາດວ່າຈະດຳເນີນຢູ່ ຍີ່ປຸ່ນ ໃນທ້າຍເດືອນນີ້ຈຶ່ງຕັດສິນ ວ່າ ຈະຈັດວາງອັດຕາພາສີໃໝ່ສຳລັບຈຳນວນປະເພດສິນຄ້າທີ່ນຳເຂົ້າຈາກຈີນດ້ວຍມູນຄ່າ 325 ຕື້ USD ຫຼືບໍ່. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Donald Trump ໄດ້ກ່າວເຕືອນວ່າ ອາດຈະຕັດສິນຈັດວາງອັດຕາພາສີເພີ່ມເຕີມສຳລັບສິນຄ້າຂອງຈີນຢ່າງໜ້ອຍສຸດ ແມ່ນ 300 ຕື້ USD, ເຖິງຢ່າງໃດກໍ່ຕາມ, ທ່ານ Trump ຍັງບໍ່ທັນໃຫ້ຮູ້ລະອຽດບັນດາປະເພດສິນຄ້າໃດຂອງຈີນຈະຖືກຜົນສະທ້ອນ. ຕໍ່ໜ້າບັນດາຄຳນາບຂູ່ຂອງທ່ານປະທານາທິບໍດີ Trump, ທ່ານ ກາວເຟີງ ໂຄສົກກະຊວງການຄ້າຂອງຈີນໄດ້ຖະແຫຼງວ່າ ປະເທດນີ້ຈະ “ຕໍ່ສູ້ຈົນເຖິງຂັ້ນສຸດທ້າຍ” ຖ້າຫາກວ່າ ອາເມລິກາ ມີບັນດາການກະທຳເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າປີນຂັ້ນໄດ.

ຕອບກັບ

ຂ່າວ/ບົດ​ອື່ນ