ທ່ານປະທານາທິບໍດີ ອາເມລິກາ ຢາກເຊັນສົນທິສັນຍາດ້ານນິວເຄຼຍກັບ ລັດເຊຍ

(VOVWORLD) - ສື່ມວນຊົນໄດ້ຄັດສະເໜີຄຳເວົ້າຂອງທ່ານ Trump ທີ່ວ່າ “ຂ້າພະເຈົ້າຢາກມີສົນທິສັນຍາດ້ານນິວເຄຼຍສະບັບໜຶ່ງ, ຍ້ອນວ່າ ນີ້ແມ່ນບັນຫາໃຫຍ່ກ່ວາໝູ່ ທີ່ພວມຄົງຕົວຢູ່ໃນໂລກ”.
ທ່ານປະທານາທິບໍດີ ອາເມລິກາ ຢາກເຊັນສົນທິສັນຍາດ້ານນິວເຄຼຍກັບ ລັດເຊຍ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin 

ວັນທີ 03 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ທ່ານຢາກເຊັນສົນທິສັນຍາດ້ານນິວເຄຼຍກັບ ລັດເຊຍ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ການນຳ ອາເມລິກາ ກໍ່ແຈ້ງໃຫ້ບັນດານັກຂ່າວຊາບວ່າ ການມີໜ້າຂອງມົດສະກູ ໃນ G7 ແມ່ນຮຽກຮ້ອງຕ້ອງມີ “ຈິນຕະນາການທີ່ປອດໃສ”, ສິ່ງດັ່ງກ່າວຈະເອື້ອອຳນວຍໃຫ້ແກ່ການແກ້ໄຂໄດ້ຫລາຍບັນຫາ. ສື່ມວນຊົນໄດ້ຄັດສະເໜີຄຳເວົ້າຂອງທ່ານ Trump ທີ່ວ່າ “ຂ້າພະເຈົ້າຢາກມີສົນທິສັນຍາດ້ານນິວເຄຼຍສະບັບໜຶ່ງ, ຍ້ອນວ່າ ນີ້ແມ່ນບັນຫາໃຫຍ່ກ່ວາໝູ່ ທີ່ພວມຄົງຕົວຢູ່ໃນໂລກ”.

        ກ່ອນໜ້ານັ້ນ, ທ່ານ Robert Obrien ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ ໃຫ້ຮູ້ວ່າ: ອາເມລິກາ ຈະຈັດຕັ້ງບັນດາກອງປະຊຸມເຈລະຈາກ່ຽວກັບການຄວບຄຸມອາວຸດກັບ ລັດເຊຍ ໃນອະນາຄົດໃກ້ໆນີ້. ຕາມທ່ານ Robert Obrien ແລ້ວ, ທຳນຽບຂາວໄດ້ເຕົ້າໂຮມບັນດານັກເຈລະຈາໄດ້ກຸ່ມໜຶ່ງ ເພືຶຶ່ອແນໃສ່ກ້າວໄປເຖິງການແກ້ໄຂບັນດາການໂຕ້ຖຽງກັນກ່ຽວກັບສົນທິສັນຍາວ່າດ້ວຍການຫລຸດຜ່ອນ ແລະ ຈຳກັດອາວຸດບຸກໂຈມຕີຍຸດທະສາດ (START-3).

 

ຕອບກັບ

ຂ່າວ/ບົດ​ອື່ນ