ທ່ານ​ປະ​ທາ​ນາ​ທິ​ບໍ​ດ​ີ ອາ​ເມ​ລິ​ກາ​ ຢ້ຽມ​ຢາມ ອິນ​ເດຍ ​ຢ່າງ​ເປັນ​ທາງ​ການ

(VOVWORLD) -ວັນທີ 24 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ພັນລະຍາ Melania Trump ພ້ອມກັບຄະນະຜູ້ແທນຂັ້ນສູງອາເມລິກາ ໄປຍັງ Ahmedabad, ລັດ Gujarat, ເນື່ອງໃນໂອກາດ ໄປປະຕິບັດງານຢູ່ອິນເດຍຢ່າງເປັນທາງການຄັ້ງທຳອິດ. 
ທ່ານ​ປະ​ທາ​ນາ​ທິ​ບໍ​ດ​ີ ອາ​ເມ​ລິ​ກາ​ ຢ້ຽມ​ຢາມ ອິນ​ເດຍ ​ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ພັນລະຍາ Melania Trump (ພາບ: TTXVN) 

ຢູ່ນະຄອນຫຼວງ New Delhi, ໃນວັນທີ 25 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ຈະມີການໂອ້ລົມສົນທະນາຢ່າງເປັນທາງການ, ຄາດວ່າ ຈະສຸມໃສ່ເຂົ້າບັນດາບັນຫາສອງຝ່າຍ ແລະ ພາກພື້ນ ລວມມີ: ການຄ້າ ແລະ ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຕ້ານການກໍ່ການຮ້າຍ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມເສລີດ້ານສາສະໜາ, ການພົວພັນແລກປ່ຽນປະຊາຊົນ, ຂໍ້ຕົກລົງສັນຕິພາບທີ່ໄດ້ສະເໜີກັບ ຕາລີບານ ຢູ່ ອາບການິດສະຖານ ແລະ ສະພາບການຢູ່ ພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ.

ນີ້ແມ່ນການພົບປະຄັ້ງທີ 5 ລະຫວ່າງ ການນຳສອງທ່ານໃນຮອບ 8 ເດືອນທີ່ຜ່ານມາ. ສອງຝ່າຍຄາດວ່າ ຈະ ລົງນາມໃນຂໍ້ຕົກລົງດ້ານປ້ອງກັນຊາດບາງສະບັບເນື່ອງໃນການຢ້ຽມຢາມ ຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ