ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ລົງ​ນາມລັດ​ຖະ​ບັນ​ຍັດ​ເກືອດຫ້າມ ຫຼື ຈຳ​ກັດ​ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ສູງ ຢູ່​ຈີນ

(VOVWORLD) - ລັດຖະບັນຍັດອະນຸຍາດໃຫ້ ລັດຖະມົນຕີກະຊວງການເງິນ ອາເມລິກາ ເກືອດຫ້າມ ຫຼືຈຳກັດບາງບ້ວງເງິນລົງທຶນຂອງ ອາເມລິກາ ເຂົ້າບັນດາອົງການຢູ່ ຈີນທີ່ເຄື່ອນໄຫວໃນ 3 ຂົງເຂດ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ລົງ​ນາມລັດ​ຖະ​ບັນ​ຍັດ​ເກືອດຫ້າມ ຫຼື ຈຳ​ກັດ​ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ສູງ ຢູ່​ຈີນ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden  (ພາບ: TTXVN)

ວັນທີ 9 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ລົງນາມລັດຖະບັນຍັດ ວ່າດ້ວຍການປະຕິບັດກົດໝາຍ ເກືອດຫ້າມບ້ວງເງິນລົງທຶນຈຳນວນໜຶ່ງຂອງ ອາເມລິກາ ເຂົ້າຂົງເຂດເຕັກໂນໂລຢີທີ່ລະອຽດອ່ອນຢູ່ ຈີນ, ພ້ອມທັງຮຽກຮ້ອງໃຫ້ ລັດຖະບານ ຕ້ອງໄດ້ຮັບການລາຍງານກ່ຽວກັບການເຄື່ອນໄຫວອຸປະຖຳໃນຂົງເຂດເຕັກໂນໂລຢີຕ່າງໆ. ລັດຖະບັນຍັດອະນຸຍາດໃຫ້ ລັດຖະມົນຕີກະຊວງການເງິນ ອາເມລິກາ ເກືອດຫ້າມ ຫຼືຈຳກັດບາງບ້ວງເງິນລົງທຶນຂອງ ອາເມລິກາ ເຂົ້າບັນດາອົງການຢູ່ ຈີນທີ່ເຄື່ອນໄຫວໃນ 3 ຂົງເຂດຄື: ສານເຄິ່ງຊັກນຳ ແລະ ໄມໂຄຼເອເລັກໂຕຼນິກ, ເຕັກໂນໂລຢີຂໍ້ມູນຂ່າວສານກວນເຕີມ ແລະ ບາງລະບົບປັນຍາປະດິດ.  ການກະທຳນີ້ໄດ້ຮັບຖືວ່າ ອາດຈະກໍ່ຄວາມເຄັ່ງຕຶງລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ, ເຖິງວ່າວົງການເຈົ້າໜ້າທີ່ ອາເມລິກາຢັ້ງຢືນວ່າ ບັນດາຄຳສັ່ງເກືອບຫ້າມຈະບໍ່ແບ່ງແຍກສອງພື້ນຖານເສດຖະກິດ ທີ່ອີງໃສ່ເຊິ່ງກັນແລະກັນນີ້.

ປັດຈຸບັນ, ສະຖານທູດ ຈີນຍັງບໍ່ມີຄຳເຫັນຫຍັງກ່ຽວກັບການກະທຳດັ່ງກ່ວາ ແຕ່ໃນອາທິດກ່ອນ ໃຫ້ຮູ້ວ່າ ອາເມລິກາພວມຫັນບັນດາບັນຫາເຕັກໂນໂລຢີ ແລະ ການຄ້າເປັນບັນຫາການເມືອງ ແລະ ນຳໃຊ້ມັນເປັນເຄື່ອງມື ແລະ ອາວຸດ ໃນນາມແມ່ນຄວາມໝັ້ນຄົງແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ