ທ່ານປະທານາທິບໍດີ ອາເມລິກາ ວາງເງື່ອນໄຂ ເພື່ອນໍາລັດຖະບານກັບຄືນສູ່ການເຄື່ອນໄຫວ

(VOVWORLD) -ເລື່ອງອັດປະຕູຢຸດຕິການເຄື່ອນໄຫວວຽກງານສ່ວນໜຶ່ງຂອງລັດຖະບານ ໄດ້ສະກັດກັ້ນການຈ່າຍງົບປະມານໃຫ້ແກ່ 9 ກະຊວງ ພ້ອມດ້ວຍອົງການຈັດຕັ້ງຕ່າງໆນັບສິບແຫ່ງ, ໃນນັ້ນ ມີກະຊວງປ້ອງກັນຄວາມສະຫງົບພາຍໃນ, ກະຊວງຍຸຕິທໍາ, ກະຊວງການຄ້າ...

ວັນທີ 25 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ເລື່ອງລັດຖະບານປະເທດນີ້ອັດປະຕູຢຸດຕິການເຄື່ອນໄຫວວຽກງານສ່ວນໃດສ່ວນໜຶ່ງ ຈະແກ່ຍາວໄປຈົນຮອດເມື່ອ ຄໍາຮຽກຮ້ອງຂອງທ່ານກ່ຽວກັບການປ່່ອຍງົບປະມານໃຫ້ແກ່ການກໍ່ສ້າງກໍາແພງຊາຍເຂດແດນລະຫວ່າງ ອາເມລິກາ - ເມັກຊີໂກ ເພື່ອແນໃສ່ສະກັດກັ້ນຊາວອົບພະຍົບເຂົ້າປະເທດນີ້ ໄດ້ຮັບການຕອບສະໜອງ.

        ຕາມການຄາດຄະເນແລ້ວ, ມີລັດຖະກອນປະມານ 800.000 ຄົນ ຈະຕ້ອງພັກວຽກຊົ່ວຄາວ ຫຼື ເຮັດວຽກໂດຍບໍ່ໄດ້ຮັບເງິນເດືອນ. ເລື່ອງອັດປະຕູຢຸດຕິການເຄື່ອນໄຫວວຽກງານສ່ວນໜຶ່ງຂອງລັດຖະບານ ໄດ້ສະກັດກັ້ນການຈ່າຍງົບປະມານໃຫ້ແກ່ 9 ກະຊວງ ພ້ອມດ້ວຍອົງການຈັດຕັ້ງຕ່າງໆນັບສິບແຫ່ງ, ໃນນັ້ນ ມີກະຊວງປ້ອງກັນຄວາມສະຫງົບພາຍໃນ, ກະຊວງຍຸຕິທໍາ, ກະຊວງການຄ້າ... ເຖິງຢ່າງໃດກໍຕາມ, ບາງອົງການຈັດຕັ້ງ ລວມທັງທໍານຽບ 5 ແຈ, ກະຊວງສາທາລະນະສຸກ, ກົມສືບສວນສະຫະລັດ (FBI), ກໍາລັງປ້ອງກັນຊາຍແດນ ແລະ ຕໍາຫຼວດທະເລ ຍັງເຄື່ອນໄຫວເປັນປົກກະຕິຢູ່.


ຕອບກັບ

ຂ່າວ/ບົດ​ອື່ນ