ທ່ານປະທານາທິບໍດີ ອາເມລິກາ ສືບຕໍ່ຕໍາໜິຕິຕຽນຂໍ້ສະເໜີແນະສ້າງຕັ້ງກອງທັບເອີຣົບ

(VOVWORLD) -ວັນທີ 13 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ຍົກອອກບັນດາຄໍາໂຈມຕີໃໝ່ ແນໃສ່ຄູ່ຕໍາແໜ່ງ ຝລັ່ງ Emmanuel Macron ທີ່ກ່ຽວຂ້ອງເຖິງ ຄໍາຮຽກຮ້ອງໃຫ້ສ້າງຕັ້ງກອງທັບເອີຣົບ.
ທ່ານປະທານາທິບໍດີ ອາເມລິກາ ສືບຕໍ່ຕໍາໜິຕິຕຽນຂໍ້ສະເໜີແນະສ້າງຕັ້ງກອງທັບເອີຣົບ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN)

ກ່ອນໜ້ານັ້ນ, ວັນທີ 09 ພະຈິກ ທ່ານ Trump ຖືວ່າ ເລື່ອງທ່ານປະທານາທິບໍດີ Emmanuel Macron ສະເໜີໃຫ້ສ້າງຕັ້ງກອງທັບຕ່າງຫາກຂອງສະຫະພາບເອີຣົບ (ອີຢູ) ແມ່ນການ “ແຕະຕ້ອງ”.

        ຕາມທ່ານ Donald Trump ແລ້ວ, ຝລັ່ງສະເໜີສ້າງຕັ້ງ “ກອງທັບຕ່າງຫາກ” ເພື່ອປົກປ້ອງເອີຣົບ ຕໍ່ ອາເມລິກາ, ຈີນ ແລະ ລັດເຊຍ,  ແຕ່ຄວາມຈິງແລ້ວ ເຢຍລະມັນແມ່ນ “ປັດໄຈໃຫຍ່” ຂອງສົງຄາມໂລກຄັ້ງທີ 1 ແລະ ທີ 2. ຕາມທ່ານ Donald Trump, ຊາວຝລັ່ງເລີ່ມຮຽນຕາມແບບຂອງຊາວເຢຍລະມັນ. ພ້ອມກັນນັ້ນ, ທ່ານປະທານາທິບໍດີ Donald Trump  ກໍ່ສືບຕໍ່ຕໍາໜິຕິຕຽນບັນດາສໍາພັນທະມິດເອີຣົບ ຍ້ອນບໍ່ຍອມຈ່າຍຄ່າງົບປະມານໃຫ້ແກ່ກອງທັບຂອງຕົນ, ພິເສດແມ່ນເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ