ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ສະ​ເໜີ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ປະ​ຈຳ ຫວຽດ​ນາມ ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຮັບ​ຜິດ​ຊອບ​ອາ​ຊີ​ຕາ​ເວັນ​ອອກ

(VOVWORLD) -ທ່ານ Daniel Kritenbrink ແມ່ນເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ແຕ່ປີ 2017. ທ່ານເຄີຍເຮັດວຽກຢູ່ ປະເທດ ຍີ່ປຸ່ນ ແລະ ຈີນ. ນັກການທູດນີ້ ກໍ່ສາມາດໃຊ້ພາສາ ຈີນ ແລະ ຍີ່ປຸ່ນ ຢ່າງຄ່ອງແຄ້ວ. 
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ສະ​ເໜີ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ປະ​ຈຳ ຫວຽດ​ນາມ ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຮັບ​ຜິດ​ຊອບ​ອາ​ຊີ​ຕາ​ເວັນ​ອອກ - ảnh 1ທ່ານ Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ (ພາບ: TTXVN)

ທ່ານປະທານາທິບໍດີ ອາເມລິກາ Joe Biden ຫາກໍ່ສະເໜີ ທ່ານ Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ດຳລົງຕຳແໜ່ງເປັນຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຮັບຜິດຊອບບັນດາບັນຫາຢູ່ອາຊີຕາເວັນອອກ ແລະ ປາຊີຟິກ.

        ທ່ານ Daniel Kritenbrink ແມ່ນເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ແຕ່ປີ 2017. ທ່ານເຄີຍເຮັດວຽກຢູ່ ປະເທດ ຍີ່ປຸ່ນ ແລະ ຈີນ. ນັກການທູດນີ້ ກໍ່ສາມາດໃຊ້ພາສາ ຈີນ ແລະ ຍີ່ປຸ່ນ ຢ່າງຄ່ອງແຄ້ວ. ຖ້າຫາກຂໍ້ສະເໜີຂອງ ທ່ານປະທານາທິບໍດີ Joe Biden ໄດ້ຮັບຮອງເອົາຈາກ ສະພາສູງ ອາເມລິກາ, ທ່ານ Kritenbrink ຈະປ່ຽນແທນທ່ານ David Stilwell, ຜູ້ທີ່ໄດ້ລາອອກຈາກຕຳແໜ່ງ ພາຍຫຼັງທ່ານ Joe Biden ດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາ ໃນວັນທີ  20 ມັງກອນ ແລະ ຮັບວຽກງານຕໍ່ຈາກສະຖານທູດ ອາເມລິກາ ປະຈຳ ອິນໂດເນເຊຍ, ເຊິ່ງປັດຈຸບັນ, ທ່ານ Sung Kim ພວມດຳລົງ ຕຳແໜ່ງນີ້ຊົ່ວຄາວ.

ຕອບກັບ

ຂ່າວ/ບົດ​ອື່ນ