ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຫວັງ​ວ່າ ຈະ​ໄດ້​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ​ ລັດ​ເຊຍ ໃນ​ການ​ເດີນ​ທາ​ງ​ໄປ​ປະ​ຕິ​ບັດ​ງານ​ຄັ້ງ​ທຳ​ອິດ ໃນ​ເດືອນ ມິ​ຖຸ​ນາ ນີ້

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Joe Biden  ຈະເດີນທາງໄປປະຕິບັດງານຢູ່ຕ່າງປະເທດເປັນຄັ້ງທຳອິດ ນັບແຕ່ເມື່ອຮັບດຳລົງຕຳແໜ່ງ ແລະ ຈະເດີນທາງໄປຍັງ ອັງກິດ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມ G7. 
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຫວັງ​ວ່າ ຈະ​ໄດ້​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ​ ລັດ​ເຊຍ ໃນ​ການ​ເດີນ​ທາ​ງ​ໄປ​ປະ​ຕິ​ບັດ​ງານ​ຄັ້ງ​ທຳ​ອິດ ໃນ​ເດືອນ ມິ​ຖຸ​ນາ ນີ້ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden  ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AP)

ເດືອນ ມິຖຸນາ ຈະມາເຖິງນີ້, ທ່ານປະທານາທິບໍດີ ອາເມລິກາ Joe Biden  ຈະເດີນທາງໄປປະຕິບັດງານຢູ່ຕ່າງປະເທດເປັນຄັ້ງທຳອິດ ນັບແຕ່ເມື່ອຮັບດຳລົງຕຳແໜ່ງ ແລະ ຈະເດີນທາງໄປຍັງ ອັງກິດ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມ G7. ໃນບົດກ່າວປາໄສໃນວັນທີ 4 ພຶດສະພາ, ທ່ານປະທານາທິບໍດີ Joe Biden ໃຫ້ຮູ້ວ່າ ທ່ານຫວັງວ່າຈະໄດ້ມີການພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນເວລາດຳເນີນການປະຕິບັດງານຢູ່ຕ່າງປະເທດຂອງຕົນ. ນອກຈາກເຂົ້າຮ່ວມກອງປະຊຸມສຸດຍອດ G7 ທີ່ຈະດຳເນີນແຕ່ວັນທີ 11 ມິຖຸນາ ຫາວັນທີ 13 ມິຖຸນາ ແລ້ວ, ທ່ານ Joe Biden ຄາດວ່າຈະມີການຢ້ຽມຢາມ ແບນຊິກ ເພື່ອພົບປະກັບການນຳບັນດາປະເທດເອີຣົບ ແລະ NATO.

ທຳນຽບຂາວ ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ ອາເມລິກາ ພວມຊອກຫາວິທີເພື່ອດຳເນີນການພົບປະລະຫວ່າງທ່ານປະທານາທິບໍດີ Joe Biden  ແລະ ທ່ານປະທານາທິບໍດີ Putin.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ