ທ່ານປະທານາທິບໍດີ ອາເມລິກາ ເຂົ້າຮ່ວມກອງປະຊຸມ G7 ທາງອອນລາຍ

(VOVWORLD) - ຖະແຫຼງການຂອງທຳນຽບຂາວຊີ້ແຈ້ງວ່າ ນີ້ຈະແມ່ນກາລະໂອກາດເພື່ອໃຫ້ທ່ານ Biden ປຶກສາຫາລືກ່ຽວກັບບັນດາແຜນການຮັບມືກັບໂລກລະບາດໂຄວິດ-19 ແລະ ສ້າງໂຄງປະກອບເສດຖະກິດໂລກຄືນໃໝ່ ເຊິ່ງພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂຄວິດ-19. 
ທ່ານປະທານາທິບໍດີ ອາເມລິກາ ເຂົ້າຮ່ວມກອງປະຊຸມ G7 ທາງອອນລາຍ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ:AFP/TTXVN)

  ວັນທີ 14 ກຸມພາ, ທຳນຽບຂາວໄດ້ປະກາດວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະເຂົ້າຮ່ວມກອງປະຊຸມທາງອອນລາຍກັບການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7), ຄາດວ່າ ຈະດຳເນີນໃນວັນທີ 20 ກຸມພາ ຈະມາເຖິງ ດ້ວຍໂຄງການດຳເນີນງານທີ່ສຸມໃສ່ບັນຫາໂລກລະບາດໂຄວິດ-19, ເສດຖະກິດໂລກ…ນີ້ແມ່ນກອງປະຊຸມສຸດຍອດ G7 ຄັ້ງທຳອິດຂອງການນຳ 7 ປະເທດທີ່ມີພື້ນຖານອຸດສາຫະກຳພັດທະນາທີ່ສຸດໃນໂລກນັບແຕ່ເດືອນ ເມສາ 2020 ເປັນຕົ້ນມາ. ຖະແຫຼງການຂອງທຳນຽບຂາວຊີ້ແຈ້ງວ່າ ນີ້ຈະແມ່ນກາລະໂອກາດເພື່ອໃຫ້ທ່ານ Biden ປຶກສາຫາລືກ່ຽວກັບບັນດາແຜນການຮັບມືກັບໂລກລະບາດໂຄວິດ-19 ແລະ ສ້າງໂຄງປະກອບເສດຖະກິດໂລກຄືນໃໝ່ ເຊິ່ງພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂຄວິດ-19. ຕາມນັ້ນແລ້ວ, ທ່ານ Biden ຈະສຸມໃສ່ບັນດາຫົວຂໍ້ປຶກສາຫາລືຄື ວິທີການຮັບມືທົ່ວໂລກຕໍ່ການເຄື່ອນໄຫວຜະລິດ ແລະ ແຈກຢາຍວັກຊິນກັນໂຄວິດ-19, ກໍ່ຄືເລື່ອງຮັກສາບັນດາຄວາມມານະພະຍາຍາມຮ່ວມມືຕ້ານໄພນາບຂູ່ຈາກໂລກລະບາດດັ່ງກ່າວໃນປະຈຸບັນ ດ້ວຍວິທີສ້າງກຳລັງລະດັບຊາດ ແລະ ສ້າງກອງທຶນຄວາມໝັ້ນຄົງດ້ານສາທາລະນະສຸກສຳຮອງ.

ຕອບກັບ

ຂ່າວ/ບົດ​ອື່ນ