ທ່ານປະທານາທິບໍດີ ອາເມລິກາ ເຊັນປະກາດໃຊ້ກົດໝາຍວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ກົດໝາຍນີ້ໂດຍທຳນຽບຂາວໄດ້ຢັ້ງຢືນແມ່ນຄຳໝັ້ນສັນຍາໃຫຍ່ສຸດເພື່ອແນໃສ່ຫລຸດຜ່ອນຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດໃນປະຫວັດສາດປະເທດ...
ທ່ານປະທານາທິບໍດີ ອາເມລິກາ ເຊັນປະກາດໃຊ້ກົດໝາຍວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ:AFP/TTXVN)

ວັນທີ 16 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍການໃຊ້ຈ່າຍງົບປະມານສະຫງວນໃຫ້ແກ່ການຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ສາທາລະນະສຸກໃຫຍ່ດ້ວຍຊື່ວ່າ “ກົດໝາຍຫລຸດຜ່ອນໄພເງິນເຟີ້”. ກົດໝາຍນີ້ໂດຍທຳນຽບຂາວໄດ້ຢັ້ງຢືນແມ່ນຄຳໝັ້ນສັນຍາໃຫຍ່ສຸດເພື່ອແນໃສ່ຫລຸດຜ່ອນຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດໃນປະຫວັດສາດປະເທດ ອາເມລິກາ ກໍ່ຄືແນໃສ່ເປົ້າໝາຍປະຕິບັດບັນດາການປ່ຽນແປງທີ່ໄດ້ລໍຄອຍແຕ່ດົນນານ ໃນການກຳນົດລາຄາຢຸກຢາ ກໍ່ຄືປັບປຸງລັກສະນະຍຸຕິທຳໃຫ້ແກ່ລະບົບພາສີ, ດ້ວຍລະດັບພາສີຫນ້ອຍສຸດແມ່ນ 15% ລາຍຮັບສຳລັບບັນດາກຸ່ມບໍລິສັດໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ