ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ ເຊື່ອ​ໝັ້ນ​ວ່າ ຈະ​ດຳ​ເນີນກອງ​ປະ​ຊຸມສຸດຍອດ​ກັບ​ຄູ່​ຕຳ​ແໜ່ງ ລັດ​ເຊຍ

(VOVWORLD) -ວັນທີ 7 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ  Joe Biden  ໄດ້ສະແດງຄວາມເຊື່ອໝັ້ນຕໍ່ຄວາມສາມາດຈະດຳເນີນກອງປະຊຸມສຸດຍອດ ກັບ ຄູ່ຕຳແໜ່ງ ລັດເຊຍ  Vladimir Putin  ເມື່ອເດືອນ ມິຖຸນາ ຈະມາເຖິງ.

ຕາມທ່ານນາງ  Jen Psaki - ເລຂາຝ່າຍສື່ມວນຊົນ ຂອງທຳນຽບຂາວແລ້ວ, ການປຶກສາຫາລືຄັ້ງຕ່າງໆລະຫວ່າງສອງຝ່າຍ ກ່ຽວກັບສະຖານທີ່, ເວລາ ແລະ ລາຍການດຳເນີນງານຂອງກອງປະຊຸມສຸດຍອດ ຍັງສືບຕໍ່ໄດ້ຮັບການດຳເນີນ. ທ່ານນາງ ກໍໃຫ້ຮູ້ວ່າ ອາເມລິກາ ແລະ ລັດເຊຍ ຍັງມີຄວາມບໍ່ລົງລອຍກັນໃນຫຼາຍບັນຫາ ແຕ່ບັນດາຄວາມບໍ່ລົງລອຍກັນເຫຼົ່ານັ້ນ ບໍ່ຈຳເປັນຕ້ອງແກ້ໄຂ ກ່ອນເວລາດຳເນີນກອງປະຊຸມສຸດຍອດ.

ຕໍ່ໜ້າຄຳຖະແຫຼງຂອງທ່ານນາງ Jen Psaki, ວັນທີ 7 ພຶດສະພາ, ທ່ານ Dmitry Peskoy  ໂຄສົກຂອງທ່ານປະທານາທິບໍດີ ລັດເຊຍ ຖືວ່າ ຝ່າຍ ລັດເຊຍ ພວມສືບຕໍ່ໄຈ້ແຍກສະພາບການ ເພື່ອຕັດສິນກ່ຽວກັບການຈັດກອງປະຊຸມສຸດຍອດ ລະຫວ່າງ ລັດເຊຍ ແລະ ອາເມລິກາ. 

ຕອບກັບ

ຂ່າວ/ບົດ​ອື່ນ