ທ່ານປະທານາທິບໍດີ ອາເມລິກາ ເນັ້ນໜັກ ຢາກສືບຕໍ່ຮັກສາການພົວພັນກັບ ສປປ.ເກົາຫຼີ

(VOVWORLD) -ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ວົງການເຈົ້າໜ້າທີ່ ອາເມລິກາ ຖືບັນດາເຫດຍິງລູກສອນໄຟຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ ແມ່ນ “ຮ້າຍແຮງທີ່ສຸດ”

ວັນທີ 9 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສະແດງຄວາມເຊື່ອໝັ້ນວ່າ ການນໍາ ສປປ.ເກົາຫຼີ Kim Jong-un ຈະບໍ່ປະລະການເຈລະຈາ ເພື່ອແນໃສ່ປອດນິວເຄຼຍ, ແຕ່ທ່ານກໍໃຫ້ຮູ້ວ່າ ທ່ານບໍ່ພໍໃຈເມື່ອຮັບຟັງບົດລາຍງານກ່ຽວກັບບັນດາເຫດຍິງລູກສອນໄຟຫວ່າງມໍ່ໆມານີ້ຂອງ ສປປ.ເກົາຫຼີ. ກ່າວຄໍາເຫັນໃນເຫດການໜຶ່ງທີ່ຈັດຂຶ້ນຢູ່ ທໍານຽບຂາວ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ວົງການເຈົ້າໜ້າທີ່ ອາເມລິກາ ຖືບັນດາເຫດຍິງລູກສອນໄຟຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ ແມ່ນ “ຮ້າຍແຮງທີ່ສຸດ”, ນັ້ນແມ່ນ ບັນດາ “ລູກສອນໄຟຂະໜາດນ້ອຍກວ່າ ແລະ ແມ່ນບັນດາລູກສອນໄຟໄລຍະສັ້ນ”. ເຖິງຢ່າງໃດກໍຕາມ, ການນໍາ ອາເມລິກາ ກໍ່ຢັ້ງຢືນວ່າ ການພົວພັນກັບ ສປປ.ເກົາຫຼີ ຍັງຄົງສືບຕໍ່ໄດ້ຮັບການຮັກສາ ແລະ ອາເມລິກາ ຈະຕິດຕາມສະພາບການຢ່າງໃກ້ຊິດ.

        ປະຕິກິລິຍາດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງ ທໍານຽບ 5 ແຈ ຢັ້ງຢືນວ່າ ບັນດາເຫດຍິງລູກສອນໄຟທີ່ດໍາເນີນໃນວັນທີ 9 ພຶດສະພາ ຂອງ ສປປ.ເກົາຫຼີ ນັ້ນ ລວມມີລູກສອນໄຟນໍາວິຖີຫຼາຍລູກ ແລະ ສາມາດບິນໄປໄກໄດ້ຫຼາຍກວ່າ 300 ກິໂລແມັດ.


ຕອບກັບ

ຂ່າວ/ບົດ​ອື່ນ