ທ່ານ​ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ໃຫ້​ເລິກ​ເຊິ່ງກວ້າງ​ຂວາງ

(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເນັ້ນໜັກເຖິງຄວາມຈຳເປັນທີ່ມີລັກສະນະລະດັບຊາດ ເພື່ອຮັບຮອງເອົາກົດໝາຍວ່າດ້ວຍການເລືອກຕັ້ງໃຫ້ເລິກເຊິ່ງກວ້າງຂວາງ ໂດຍພັກປະຊາທິປະໄຕສະເໜີ ເຊິ່ງພວມຖືກຕິດຄ້າງຢູ່ສະພາແຫ່ງຊາດ ຍ້ອນຖືກ ພັກສາທາລະນະຄັດຄ້ານ.
ທ່ານ​ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ໃຫ້​ເລິກ​ເຊິ່ງກວ້າງ​ຂວາງ - ảnh 1 ທ່ານປະທານາທິບໍດີ ອາເມລິກາ  Joe Biden (ພາບ: AFP/TTXVN)

ກ່າວຄຳເຫັນທີ່ລັດ Philadelphia ໃນວັນທີ 13 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເນັ້ນໜັກເຖິງຄວາມຈຳເປັນທີ່ມີລັກສະນະລະດັບຊາດ ເພື່ອຮັບຮອງເອົາກົດໝາຍວ່າດ້ວຍການເລືອກຕັ້ງໃຫ້ເລິກເຊິ່ງກວ້າງຂວາງ ໂດຍພັກປະຊາທິປະໄຕສະເໜີ ເຊິ່ງພວມຖືກຕິດຄ້າງຢູ່ສະພາແຫ່ງຊາດ ຍ້ອນຖືກ ພັກສາທາລະນະຄັດຄ້ານ.

        ທ່ານປະທານາທິບໍດີ Joe Biden ໄດ້ຕຳໜິຕິຕຽນ ບັນດາຄວາມມານະພະຍາຍາມທີ່ເຮັດໃຫ້ສິດປ່ອນບັດຖືກຫຼຸດລົງ, ເປັນຕົ້ນແມ່ນ ເລື່ອງນັບແຕ່ຕົ້ນປີ 2021 ມານີ້, 17 ລັດ ຂອງ ອາເມລິກາ ໄດ້ປະກາດກົດໝາຍສະບັບໃໝ່ 27 ສະບັບ ເຮັດໃຫ້ປະຊາຊົນ ອາເມລິກາຫຼາຍຄົນປະສົບກັບຄວາມຫຍຸ້ງຍາກກວ່າ ໃນການໄປປ່ອນບັດ; ພ້ອມກັນນັ້ນ ແມ່ນຮ່າງກົດໝາຍສະບັບປັບປຸງເພີ່ມເຕີມເກືອບ 400 ສະບັບ ເຊິ່ງພັກສາທາລະນະຢູ່ບັນດາອົງການນິຕິບັນຍັດ ພວມຫາວິທີຮັບຮອງເອົາ. ເຖິງຢ່າງໃດກໍຕາມ, ທ່ານປະທານາທິບໍດີ Joe Biden ຢັ້ງຢືນວ່າ ອຳນາດການປົກຄອງຂອງທ່ານ ຈະໂຕ້ຕອບຄືນບັນດາສິ່ງກີດຂວາງນີ້ຢ່າງແຮງ.


 

ຕອບກັບ

ຂ່າວ/ບົດ​ອື່ນ