ທ່ານປະທານາທິບໍດີ ອາເມລິກາ ເປີດໂອກາດເຂົ້າຮ່ວມ CPTPP

(VOVWORLD) - ກ່າວຄຳເຫັນທີ່ເວທີປາໄສເສດຖະກິດໂລກ (WEF) ຢູ່ Davos, ສະວິດ, ວັນທີ 26 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຊີ້ແຈ້ງວ່າ:
ທ່ານປະທານາທິບໍດີ ອາເມລິກາ ເປີດໂອກາດເຂົ້າຮ່ວມ CPTPP - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: (TTXVN)

“ປະເທດ ອາເມລິກາ ເໜືອກ່ວາສິ່ງໃດ ບໍ່ມີຄວາມໝາຍວ່າ ປະເທດ ອາເມລິກາ ຢູ່ໂດດດ່ຽວ”. ທ່ານເນັ້ນໜັກວ່າ: “ອາເມລິກາ ສະໜັບສະໜູນການຄ້າເສລີ, ແຕ່ຕ້ອງມີຄວາມຍຸຕິທຳ ແລະ ຊີ້ນໄປປາມາ”. ການນຳ ອາເມລິກາ ກໍ່ໃຫ້ຮູ້ວ່າ: ຈະພິຈາລະນາບັນດາຂໍ້ຕົກລົງການຄ້າ 2 ຝ່າຍ “ທີ່ນຳມາເຊິ່ງຜົນປະໂຫຍດຮ່ວມ” ກັບບັນດາປະເທດໃນໂລກ, ໃນນັ້ນ ມີສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) - ຂໍ້ຕົກລົງທີ່ແທນໃຫ້ TPP. ທ່ານ Donald Trump ກໍ່ເປີດໂອກາດດຳເນີນບັນດາການປຶກສາຫາລືລວມ ຫຼື ຕ່າງຫາກກັບບັນດາປະເທດເຂົ້າຮ່ວມການເຈລະຈາ ຖ້າຫາກຂໍ້ຕົກລົງດັ່ງກ່າວ ຕອບສະໜອງໄດ້ຜົນປະໂຫຍດຂອງ ອາເມລິກາ, ພ້ອມທັງ ຮຽກຮ້ອງໃຫ້ບັນດາປະເທດ ເພີ່ມທະວີການຮ່ວມມື ມຸ່ງໄປເຖິງບັນດາຈຸດໝາຍລວມ.

ຕອບກັບ

ຂ່າວ/ບົດ​ອື່ນ