ທ່ານປະທານາທິບໍດີ ອາເມລິກາ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີ ອິດສະຣາແອນ

(VOVWORLD) - ທ່ານ Joe Biden ສະແດງຄວາມເຄົາລົບຕໍ່ການຊ່ວຍເຫຼືອຂອງ ອິດສະຣາແອນ ເພື່ອສ້າງເງື່ອນໄຂໃຫ້ແກ່ 2 ຕົວປະກັນຊາວ ອາເມລິກາ ໄດ້ຮັບການປ່ອຍຕົວເປັນອິດສະຫຼະ
ທ່ານປະທານາທິບໍດີ ອາເມລິກາ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີ ອິດສະຣາແອນ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu

ວັນທີ 22 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu. ທ່ານປະທານາທິບໍດີ Joe Biden ໄດ້ຊົມເຊີຍເລື່ອງ 2 ຂະບວນລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳຖ້ຽວທຳອິດໄດ້ໄປເຖິງເຂດ ກາຊາ ນັບແຕ່ເວລາເກີດການປະທະກັນລະຫວ່າງ ອິດສະຣາແອນ ແລະ ກຸ່ມ ຮາມາດ ທີ່ເກີດຂຶ້ນໃນວັນທີ 7 ຕຸລາ. ທ່ານປະທານາທິບໍດີ ອາເມລິກາ ຢັ້ງຢືນການໜູນຊ່ວຍເຫຼືອມະນຸດສະທຳຈະສືບຕໍ່ສົ່ງໄປເຖິງເຂດ ກາຊາ.

        ທີ່ການໂອ້ລົມທາງໂທລະສັບ, ທ່ານ Joe Biden ສະແດງຄວາມເຄົາລົບຕໍ່ການຊ່ວຍເຫຼືອຂອງ ອິດສະຣາແອນ ເພື່ອສ້າງເງື່ອນໄຂໃຫ້ແກ່ 2 ຕົວປະກັນຊາວ ອາເມລິກາ ໄດ້ຮັບການປ່ອຍຕົວເປັນອິດສະຫຼະ. ສອງຝ່າຍກໍ່ປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມເພື່ອແນໃສ່ການປ່ອຍບັນດາຕົວປະກັນທີ່ຖືກ ຮາມາດ ຈັບຕົວ, ເຊິ່ງລວມມີພົນລະເມືອງ ອາເມລິກາ, ພ້ອມທັງຮັບປະກັນບັນດາແລວທາງປອດໄພໃຫ້ແກ່ພົນລະເມືອງ ອາເມລິກາ ແລະ ພົນລະເມືອງບັນດາປະເທດຢູ່ເຂດ ກາຊາ ຖ້າຫາກວ່າເຂົາເຈົ້າຢາກເດີນທາງອອກຈາກທີ່ນີ້.  ທ່ານປະທານາທິບໍດີ ອາເມລິກາ ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອນ ກໍ່ເຫັນດີເປັນເອກະພາບສືບຕໍ່ຕິດຕໍ່ພົວພັນຢ່າງເປັນປະຈຳໃນໄລຍະຈະມາເຖິງ.

        ແລະ ກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ ກໍ່ໄດ້ມີການໂອ້ລົມທາງໂທລະສັບກັບການນຳບັນດາປະເທດພັນທະມິດ, ເຊິ່ງລວມມີ: ການາດາ, ຝລັ່ງ, ອັງກິດ, ເຢຍລະມັນ ແລະ ອີຕາລີ.

        ໃນສະພາບການທີ່ກ່ຽວຂ້ອງ, ວັນທີ 22 ຕຸລາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ມີຄຳສັ່ງໃຫ້ບັນດາພາລະກອນທີ່ບໍ່ໄດ້ຮັບຜິດຊອບບັນດາວຽກງານທີ່ມີລັກສະນະຈຳເປັນ ແລະ ສະມາຊິກຄອບຄົວຂອງເຂົາເຈົ້າຕ້ອງອອກຈາກສະຖານທູດ ອາເມລິກາ ປະຈຳ ນະຄອນຫຼວງ Baghdad ແລະ ສະຖານກົງສູນ ອາເມລິກາ ຢູ່ນະຄອນ Arbil, ປະເທດ ອີຣັກ. ກະຊວງການຕ່າງປະເທດ ອາເມລິກາ ກໍ່ກ່າວເຕືອນບັນດາພົນລະເມືອງປະເທດນີ້ບໍ່ຄວນໄປຍັງ ອີຣັກ ພາຍຫຼັງບັນດາການບຸກໂຈມຕີຫວ່າງມໍ່ໆມານີ້ທີ່ແນໃສ່ກອງທັບ ແລະ ພາລະກອນ ອາເມລິກາ ປະຈຳ ອີຣັກ.

ຕອບກັບ

ຂ່າວ/ບົດ​ອື່ນ