ທ່ານປະທານາທິບໍດີDonaldTrumpຜູ້ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຢູ່ອາເມລິກາໄດ້ຈັດການປະຊຸມຂ່າວເປັນຄັ້ງທຳ

ທ່ານປະທານາທິບໍດີDonaldTrumpຜູ້ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຢູ່ອາເມລິກາໄດ້ຈັດການປະຊຸມຂ່າວເປັນຄັ້ງທຳ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ Donald Trump ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ​ເປັນ
​ຄັ້ງ​ທຳ​ອິດ
ພາບ:TTXVN

(vovworld)- ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ Donald Trump ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ​ເປັນ​ຄັ້ງ​ທຳ​ອິດ ນັບ​ແຕ່​ເມື່ອທ່ານຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ​ເມື່ອ​ວັນ​ທີ 8/11/2016. ເປີດ​ສາກ​ການ​ປະ​ຊຸມ​ຂ່າວ​ເມື່ອ​ວັນ​ທີ 11/1 ຊື່​ຈັດ​ຂຶ້ນ​ຢູ່ ນິວຢອກ, ທ່ານ Donald Trump ຖະ​ແຫລງວ່າ ທ່ານ​ໄດ້​ເຊັນ​ເອ​ກະ​ສານ​ທີ່​ຈຳ​ເປັນ​ທັງ​ໝົດ​ເພື່ອມອບ​ໂອນ​ສິດ​ຄຸ້ມ​ຄອງ ແລະ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Trump ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ອື່ນ​ໃຫ້​ລູກ​ຊາຍ ພ້ອມ​ທັງ​ຖື​ວ່າ ປະ​ຊາ​ຊົນ​ອາ​ເມ​ລິ​ກາ ບໍ່​ຄວນ​ເປັນ​ຫ່ວງ​​ຕໍ່ເລື່ອງ​ທ່ານ​ຍັງ​ບໍ່​ທັນ​ປະ​ກາດ​ສຳ​ເນົາ​ກ່ຽວ​ກັບ​ພາ​ສີ​ອາ​ກອນ. ກ່ຽວ​ຂ້ອງ​ເຖິງ​ລາຍ​ການ​ Obamacare ຊື່ງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ B.Obama  ປະ​ກາດ​ໃຊ້​ເມື່ອ​ປີ 2011, ທ່ານ Trump ຖື​ວ່າ ເລື່ອງ​ຍົກ​ເລີກ Obamacare ແມ່ນ​ມີ​ຄວາມ​ຈຳ​ເປັນ ແຕ່​ຄວນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຄຽງ​ຄູ່​ກັບ​ລາຍ​ການ​ອື່ນ​ທີ​່​ແທນ​ໃຫ້​ລາຍ​ການນັ້ນ. ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ທ່ານ Trump ກ່າວ​ເຕືອນ​ວ່າ ຈະ​ຈັດ​ວາງ​ອັດ​ຕາ​ພາ​ສີ​ດ້ວຍ​ລະ​ດັບ​ສູງ​ສຳ​ລັບ​ບັນ​ດາ​ຜະ​ລິດ​ຕະ​ພັນນຳ​ເຂົ້າ​ອາ​ເມ​ລິ​ກາຈາກ​ບັນ​ດາ​ວິ​ສ​າ​ຫະ​ກິດ​ຂອງ​ອາ​ເມ​ລິ​ກາ ທີ່​ເຄີຍ​ຜະ​ລິດ​ຢູ່​ຕ່າງ​ປະ​ເທດ. ໃນ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ, ທ່ານ Trumpໄດ້​ຍາດ​ເວ​ລາ​ຫລາຍ​ເພື່ອ​ເວົ້າ​ເຖິງ​ບັນ​ດາ​ຄຳ​ກ່າວ​ຫາ​ຂອງ​ລັດ​ເຊຍ ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃນ​ປີ 2016.


ຕອບກັບ

ຂ່າວ/ບົດ​ອື່ນ