ທ່ານ​ປະ​ທາ​ນາ​ທິບ​ໍ​ດີທີ່​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ Joe Biden ຄັດ​ເລືອກ​ ຜູ້​ນຳ​ໜ້າ​ກຳ​ລັງ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ປັດຈຸບັນ, ທີ່ປຶກສາສອງທ່ານ ຂອງທ່ານ Joe Biden ແມ່ນ ທ່ານ Vivek Murthy ແລະ ທ່ານ Marcella Nunez-Smith ຈະຮັກສາບົດບາດແຖວໜ້າໃນກຳລັງພິເສດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. 
ທ່ານ​ປະ​ທາ​ນາ​ທິບ​ໍ​ດີທີ່​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ Joe Biden ຄັດ​ເລືອກ​ ຜູ້​ນຳ​ໜ້າ​ກຳ​ລັງ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1 ທ່ານ ປະທານາທິບໍດີ ໄດ້ຮັບໄຊຊະນະໃນການເລືອກຕັ້ງ ອາເມລິກາ Joe Biden (ພາບ: Reuters)

ວັນທີ 3 ທັນວາ, ທ່ານ ປະທານາທິບໍດີ ໄດ້ຮັບໄຊຊະນະໃນການເລືອກຕັ້ງ ອາເມລິກາ Joe Biden ໄດ້ເລືອກເອົາ ອະດີດເຈົ້າໜ້າທີ່ພາຍໃຕ້ອຳນາດການປົກຄອງຂອງ ທ່ານ ປະທານາທິບໍດີ Barack Obama 2 ທ່ານ ໃຫ້ແກ່ບັນດາບົດບາດຂັ້ນສູງຂອງອົງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ປັດຈຸບັນ, ທີ່ປຶກສາສອງທ່ານ ຂອງທ່ານ Joe Biden ແມ່ນ ທ່ານ Vivek Murthy ແລະ ທ່ານ Marcella Nunez-Smith ຈະຮັກສາບົດບາດແຖວໜ້າໃນກຳລັງພິເສດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ນີ້ແມ່ນບຸລິມະສິດຂອງ ທ່ານ ປະທານາທິບໍດີ Joe Biden ເມື່ອຮັບດຳລົງຕຳແໜ່ງໃນວັນທີ  20 ມັງກອນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ