ທ່ານປະທານາທິບໍດີຟີລິບປີນBenignoAquinoIIIເຊື້ອເຊີນທ່ານປະທານປະເທດເຈືອງເຕີ໋ນຊາງເຂົ້າຮ່ວມສັບປະດາຂັ້ນສູງA

ທ່ານປະທານາທິບໍດີຟີລິບປີນBenignoAquinoIIIເຊື້ອເຊີນທ່ານປະທານປະເທດເຈືອງເຕີ໋ນຊາງເຂົ້າຮ່ວມສັບປະດາຂັ້ນສູງA - ảnh 1
ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ
(ພາບປະກອບ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 22/7, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງ​ປະ​ເທດຫວຽດນາມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ ​ໄດ້​ມີ​ການຕ້ອນຮັບ​ທ່ານ Jerril G.Santos, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສາທາລະນະ​ລັດ ຟີ​ລິບ​ປີນ ປະຈຳ ຫວຽດນາມ, ​ເຂົ້າ​ມອບຈົດໝາຍ​​ຂອງ ທ່ານ​​​ປະທານາທິບໍດີ​Benigno Aquino III​​ ​​ໂດຍເຊື້ອ​ເຊີນ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເຂົ້າ​ຮ່ວມ​ສັບປະດາ​ຂັ້ນ​ສູງ APEC ຢູ່ ຟີ​ລິບ​ປີນ ​ໃນ​ເດືອນ 11/2015. ທີ່​ການ​ຕ້ອນຮັບ, ທ່ານ​ເອກ​ອັກຄະ​ລັດຖະທູດ Jerril G.Santos ​ແຈ້ງ​ໃຫ້​ຊາບ: ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ່ ຊຶ່ງ​ດຳ​ເນີນ​ໃນ​ສັບປະດາ​ຂັ້ຍສູງ APEC 2015 ​ແລະ ​ໃຫ້​ຮູ້​ວ່າ: ທ່ານ​​​ປະທານາທິບໍດີ ​Benigno Aquino III ປາດ​ຖະໜາຢາກ​ໃຫ້ທ່ານປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽ​ດນາມ ເຂົ້າ​ຮ່ວມ​​ເຂົ້າ​ບັນດາ​ການເຄື່ອນ​ໄຫວ​ນີ້ຢ່າງ​ຕັ້ງໜ້າ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ ​ແບ່ງປັນ​ດ້ວຍ​ຫົວ​ຂໍ້: ບັນດາ​ບຸລິມະສິດ​ໂດຍ ຟີ​ລິບ​ປີນ ສະ​ເໜີ​ໃນ APEC, ພ້ອມ​ທັງ​ຢືນຢັນ​ວ່າ: ຫວຽດນາມ ພວມ ​ແລະ ສົມທົບ​ກັບ ຟີ​ລິບ​ປີນ​ ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ຮັບປະກັນ​ APEC ປີ 2015 ສຳ​ເລັດ​ຜົນ​. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ການ​ຕ່າງປະ​ເທດ ​ໄດ້​ປະກາດ​ກ່ຽວ​ກັບ​ການ​ກະກຽມ​ຂອງ ຫວຽດນາມ ​​ເປັນ​ເຈົ້າພາບ​ຈັດ​ຕັ້ງ APEC ປີ 2017, ພິ​ເສດ​ແມ່ນການ​ສ້າງ​ຕັ້ງ​ຄະນະ​ກຳມະການ​ແຫ່ງ​ລັດ APEC 2017 ​ໃນ​ວັນ​ທີ 21/7 ຜ່ານ​ມາ. ບົນ​ພື້ນຖານ​ການ​ພົວພັນ 2 ຝ່າ​ຍອັນ​ດີງາມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ການ​ຕ່າງປະ​ເທດ ປາດ​ຖະໜາ​ຢາກ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ ​ແລະ ສະ​ເໜີ ຟີ​ລິບ​ປີນ ​ແບ່ງປັນ​ບົດຮຽນ, ສະໜັບສະໜູນ ຫວຽດນາມ ​ໃນ​ການ​ກະກຽມ​ປີ APEC 2017. ນອກຈາກ​ນັ້ນ, 2 ຝ່າຍ​ກໍ​ເຕື້ອງ​ເຖິງ​ບາງ​ຂົງ​ເຂດ​ຮ່ວມ​ມື 2 ຝ່າຍ, ​ໃນ​ນັ້ນ, ມີ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດທະສາດ​ໃນ​ໄລຍະ​ມາ​ເຖິງ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ