ທ່ານປະທານາທິບໍດີລັດເຊຍ V.Putinອວຍພອນປີໃໝ່ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມຫງວຽນຟຸຈ້ອງ

(VOVWORLD) -ເນື່ອງໃນໂອກາດບຸນປີໃໝ່ສາກົນ 2019 ແລະ ບຸນເຕັດຂອງຫວຽດນາມ ໃກ້ຈະມາເຖິງ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ເຖິງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ.
ທ່ານປະທານາທິບໍດີລັດເຊຍ V.Putinອວຍພອນປີໃໝ່ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມຫງວຽນຟຸຈ້ອງ - ảnh 1 (ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin)

ໃນສານທີ່ເອົາລົງໃນເວັບໄຊຂອງວັງ Kremlin, ທ່ານປະທານາທິບໍດີ V.Putin ເນັ້ນໜັກເຖິງບັນດາບາດກ້າວໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລັດເຊຍ ແລະ ຫວຽດນາມ, ສະແດງຄວາມປາດຖະໜາວ່າ ດ້ວຍຄວາມມານະພະຍາຍາມລວມ, 2 ປະເທດຈະສືບຕໍ່ການຮ່ວມມື 2 ຝ່າຍໃຫ້ບັນລຸຜົນສຳເລັດໃນບັນດາຂົງເຂດການເມືອງ, ເສດຖະກິດ - ການຄ້າ, ການທະຫານ, ເຕັກນິກການທະຫານ, ມະນຸດສະທຳ ແລະ ຂົງເຂດອື່ນໆ.

          ປີ 2020, ລັດເຊຍ ແລະ ຫວຽດນາມ ຈະສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ໃນປີ 2019, 2 ປະເທດໄດ້ຈັດພິທີສະເຫຼີມສະຫຼອງປີລັດເຊຍ - ຫວຽດນາມ, ຫວຽດນາມ - ລັດເຊຍ ດ້ວຍບັນດາການເຄື່ອນໄຫວເປີດກວ້າງໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ