ທ່ານປະທານາທິບໍດີລັດເຊຍສະເໜີ ປະຕິຮູບປະຊາຄົມເສດຖະກິດອາຊີ - ເອີລົບ

ທ່ານປະທານາທິບໍດີລັດເຊຍສະເໜີ ປະຕິຮູບປະຊາຄົມເສດຖະກິດອາຊີ - ເອີລົບ - ảnh 1
ທ່ານ​ປະ​ທາ​ນາ​ທິບໍດີ​ລັດ​ເຊຍ
Dmitry Medvedev

( vovworld ) - ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ໃນ​ການ​ພົບ​ປະ​ຂັ້ນ​ສູງ​ຂອງປະຊາ​ຄົມ​ເສດຖະກິດ ອາຊີ - ​ເອີ​ລົບ ( EvrAzEC ) ​​ເມື່ອ​ຕອນ​ບ່າຍ​ວັນ​ທີ 19/3, ທ່ານ​ປະ​ທາ​ນາ​ທິບໍດີ​ລັດ​ເຊຍ Dmitry Medvedev ​ໄດ້​ສະ​ເໜີ​​ໃຫ້ບັນດາ​ປະມຸກ​ລັດ​ບັນດາປະ​ເທດ​ສະມາຊິກປະຕິ​ຮູບປະຊາ​ຄົມ​ເສດຖະກິດ​ນີ້. ທ່ານ​ປະທານາທິບໍດີ Medvedev ​ໃຫ້​ຮູ້​ຈຸດປະ​ສົງ​ຂອງ​ການ​ພົບ​ປະ​ແມ່ນ​ກຳນົດ​ບັນດາ​ວິວັດ​ການ​ຮ່ວມ​ສຳພັນ​ຄັ້ງຕໍ່​ໄປ​ຂອງ​ປະຊາ​ຄົມ​ເສດຖະກິດ​ ອາຊີ- ເອີ​ລົບ ພາຍ​ຫຼັງ​​ສະຫະ​ຫະພາບ​ໂຊ​ວຽດຖືກ​ລົ້ມ​ລະລາຍ ດ້ວຍ​ຈຸດ​ສຸມ​ແມ່ນ​ປະຕິ​ຮູບ​ປະຊາ​ຄົມ​ນີ້​ໃຫ້​ກາຍ​ເປັນ​ກຸ່ມ​ຮ່ວມ​ສຳພັນສີ​ວິ​ໄລໃໝ່​ບົນພື້ນຖານຂໍ້​ຕົກລົງ​ຂອງ​ສະພາ​ລະຫວ່າງ​ປະ​ເທດ​ປະຊາ​ຄົມ​​ເສດຖະກິດອາ​ຊີ - ​ເອີ​ລົບ ​ໃນ​ວັນ​ທີ 19/12/2011. ຢູ່​ນອກ​ກອງປະຊຸມ​ນີ້ ຄາດ​ວ່າ​ຈະ​ດຳ​ເນີນ​ການ​ພົບ​ປະ​ສອງ​ຝ່າຍ​ລະຫວ່າງ​ທ່ານ​ປະທານາທິບໍດີ ອຸ​ແກຼນ V.Yanukovych ​ແລະ ທ່ານ​ປະທານາທິບໍດີ​ລັດ​ເຊຍ Medvedev ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ພວມ​​ເຄັ່ງຮ້ອນ​ໃນ​ສາຍ​ພົວພັນ​ສອງ​ຝ່າຍ, ພິ​ເສດ​ແມ່ນ​ບັນຫາ​ອາຍ​ແກ​ດ. ອູ​ແກຼນ ພວມ​ຖື​ວ່າລາຄາ​ອາຍ​ແກ​ດ 416 USD ຕໍ່ 1000 ​ແມດ​ກ້ອນ​ເຊິ່ງລັດ​ເຊຍ​ຂາຍ​ໃຫ້​ປະ​ເທດ​ນີ້​ແມ່ນ​ສູງ​ເກີນ​ໄປ ​ແລະ ຫວັງ​ວ່າ​ລັດ​ເຊຍ ຈະຫຼຸດ​ລົງ​​ເຫຼືອ​ພຽງປະມານ 230 USD ຕໍ່ 1000 ແມດ​ກ້ອນ.

ຂ່າວ/ບົດ​ອື່ນ