ທ່ານປະທານາທິບໍດີສ.ໂອຕລິດ ເຂົ້າຮ່ວມເວທີປາໃສ ການສຶກສາ - ວິທະຍາສາດ

ທ່ານປະທານາທິບໍດີສ.ໂອຕລິດ ເຂົ້າຮ່ວມເວທີປາໃສ ການສຶກສາ - ວິທະຍາສາດ - ảnh 1
ທ່ານ​ປະທານາທິບໍດີສ.​ໂອ​ຕລິດ Heinz Fisher
( ພາບ: VGP  )


( vovworld ) -   ຕອນ​ເຊົ້າ​ວັນ​ທີ 31/5, ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ປະທານາທິບໍດີສ.​ໂອ​ຕລິດ Heinz Fisher ​ໄດ້​ເຂົ້າ​ຮ່ວມເວທີ​ປາ​ໃສ​ການ​ສຶກສາຂັ້ນມະຫາວິທະຍາ​ໄລ - ວິທະຍາສາດ ​ແລະ ການຄົ້ນ​ຄວ້າຫວຽດນາມ - ​ໂອ​ຕລິດ. ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ​ໄດ້​ຖື​ວ່າ ​ເວທີ​ປາ​ໄສ​ຄັ້ງ​ນີ້​ຢືນຢັນ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ສູງ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ​ໂອ​ຕລິດ ນຳ​ການ​ສຶກສາ, ວິທະຍາສາດ​​ເຕັກ​ໂນ​ໂລ​ຊີ​ ​​ເປັນ​ບຸລິມະສິດ​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ, ຖື​ນັ້ນ​ແມ່ນ​ບາດກ້າວ​ປຸກ​ທະລຸໃຫ້​ແກ່​ການ​ພັດທະນາ​ຢ່າງ​ວອງ​ໄວ ​ແລະ ໝັ້ນຄົງ​ຂອງ​ປະ​ເທດ​ຊາດຮອດ​ປີ 2020. ​ເຊິ່ງຕາມ​ນັ້ນ​ແລ້ວ, ຂົງ​ເຂດ​​ການສຶກສາຈະ​ຮັບ​ການ​ພັດທະນາ​ຕາມທິດ​ຍົກ​ສູງ​ຄຸນ​ນະພາ​ບ, ຍູ້​ແຮງ​ການ​ຄົ້ນຄວ້າ​ວິະຍາ​ສາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລກປ່ຽນ​ບົດຮຽນ, ປ່ຽນ​ໃໝ່​ກົນ​ໄກ​ຄຸ້ມ​ຄອງ ​ແລະ ​ບໍລິຫານໃນ​ບັນດາ​ໂຮງຮຽນ ດ້ວຍ​ຈຸດໝາຍ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ທ່ານ​ປະທານາທິບໍດີສ.​ໂອ​ຕລິດ Heinz Fisher ຍັງ​ສະ​ແດງ​ຄວາມພູມ​ໃຈຕໍ່ໜ້າ​ບັນດາ​ການ​ພົວພັນ​ສອງ​ຝ່າຍ​ທີ່​ອຸດົມສົມ​ບຸນ ​ແລະ ຫຼາຍ​ຮູບ​ຫຼາຍແບບ​ລະຫວ່າງ​ຫວຽດນາມ ​ແລະ ໂອ​ຕລິດ ​ໃນ​ຂົງ​ເຂດ​ວິທະຍາສາດ ​ແລະ ການ​ຄົ້ນຄວ້າ, ນັບ​ທັງ​ພື້ນຖານ​​ສັນຍາ​ຮ່ວມ​ມື​ຕ່າງໆລະຫວ່າງ​ບັນດາ​ອົງການ​ສຶກສາຂັ້ນ​ມະຫາວິທະຍາ​ໄລ ​ແລະ ການ​ຄົ້ນຄວ້າ​ລະຫວ່າງ​ສອງ​ປະ​ເທດ. ທ່ານປະທານາທິບໍດີສ.​ໂອ​ຕລິດ Heinz Fisher ​ໃຫ້​ຮູ້​ວ່າ.

  “ ​ເພື່ອ​ແນ​ໃສ່​​ເຈຸດປະສົງເພີ່ມ​ທະວີ ​ແລະ ​ເຂົ້າ​ສູ່​ລວງ​ເລິກ​ສຳລັບການ​ຮ່ວມ​ມື​ໃນ​ຂົງ​ເຂດ​ມະຫາ​ວິທະຍາ​​ໄລ​ຫວຽດນາມ - ​ໂອ​ຕລິດ, ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ​ແລະ ກະຊວງ​ວິທະຍາສາດ​ຄົ້ນຄວ້າ​ໂອ​ຕລິດ ​ໄດ້​ລົງ​ນາມ​​ໃນບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃນ​ເດືອນ 12/2011. ບັນດາ​ການ​ເຈລະຈາ​ກ່ຽວ​ກັບ​ການ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ດັ່ງກ່າວ​ ຫາ​ກໍ​ໄດ້​ຮັບ​ຮອງ​ເອົາເປັນຄັ້ງ​ສຸດທ້າຍ. ສິ່ງ​ດັ່ງກ່າວ​​ມີ​ຄວາມ​ໝາຍວ່າ ພວກ​ເຮົາ​ຈະ​ມີ​ຂໍ້ສະ​ເໜີສອງ​ຝ່າຍ​ຄັ້ງ​ທຳ​ອິດ​ໂດຍ​ໄວ ສຳລັບ​ບັນດາ​​ໂຄງການຄົ້ນຄວ້າ​ທີ່​ນຳ​ມາ​ເຊິ່ງບັນດາ​ການ​ພົວພັນ​ຄູ່​ຮ່ວມ​ມື​​ ແລະ ການ​ຄົ້ນຄວ້າໃໝ່​ລະຫວ່າງ​ຫວຽດນາມ ​ແລະ ​ໂອ​ຕລິດ.”

ຂ່າວ/ບົດ​ອື່ນ