ທ່ານປະທານາທິບໍດີອາບການິດສະຖານ ກ່າວປະນາມເຫດທະຫານອາເມລິກາ ຍິງປຶນໃສ່ສາມັນຊົນ

ທ່ານປະທານາທິບໍດີອາບການິດສະຖານ ກ່າວປະນາມເຫດທະຫານອາເມລິກາ ຍິງປຶນໃສ່ສາມັນຊົນ - ảnh 1
​ທ່ານ​ປະທານາທິບໍດີ​ Hamid Karzai
( ພາບ: REUTERS )
( vovworld ) - ພາຍຫຼັງ​ເລື່ອງ​ທະຫານ​ອາ​ເມ​ລິ​ກາ ຄົນ​ໜື່ງຍິງ​ປຶ​ນໃສ່​ສາມັນ​ຊົນອາບກາ​ນິດ​ສະຖານ​ ເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິດ​ ​ແລະ ຮັບ​ບາດ​ເຈັບເມື່ອ​ວັນ​ທີ 11/3, ວົງ​ການ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງສອງ​ປະ​ເທດ​ໄດ້​ມີ​ບັນດາປະຕິກິລິຍາທຳ​ອິດ. ​ຖະ​ແຫຼ​ງ​ການ​ຂອງ​ທ່ານ​ປະທານາທິບໍດີ​ອາບ​ກາ​ນິດ​ສະຖານ Hamid Karzai ​ໄດ້​ຖື​ວ່າ, ບັນດາ​ກຳລັງທະຫານ​ອາ​ເມ​ລິ​ກາ ຍິງປຶ​ນ​ໃສ່​ສາມັນ​ຊົນ​ຂອງ​ອາບ​ກາ​ນິດ​ສະຖານ ຢ່າງ​ເສລີ​ນັ້ນແມ່ນ​ບໍ່​ຕ່າງຫ​ຍັງກັບ​ການ “ ​ເຂັ່ນຂ້າ ​ແລະ ກໍ​ການ​ຮ້າຍ ”. ລັດຖະບານ​ອາບ​ກາ​ນິດ​ສະຖານ ຮຽກຮ້ອງ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ ຍົກ​ອອກ​ຄຳ​ອະທິບາຍກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ຢ່າງ​ຊັດ​ເຈນ. ທ່ານ​ປະທານາທິບໍດີ Hamid Karzai ​ໄດ້​ອອກ​ຄຳ​ສັ່ງ​​​ໃຫ້ນາຍ​ພົນທ່ານ​ໜື່ງດຳ​ເນີນ​ການສືບສວນ​ເຫດການ​ດັ່ງ​ກ່າວ​ໃນ​ທັນທີ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ກະຊວງການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ອອກ​ຖະ​ແຫຼ​ງການສະ​ແດງຄວາມ​​ເສົ້າ​ສະຫຼົດ​ໃຈ​ຢ່າງ​ເລິກ​ເຊິ່ງເຖິງ​ຄອບຄົວ​ຜູ້​ຖືກ​ເຄາະ​ຮ້າຍ​ໃນ​ເຫດການ​ຍິງ​ປືນທີ່​ຮ້າຍ​ແຮງຢູ່​​ແຂວງ Kandahar ທີ່ຂຶ້ນ​ກັບ​ພາກ​ໃຕ້​ອາບກາ​ນິດ​ສະຖານ, ​ເຊິ່ງ​ເຮັດ​ໃຫ້ 16 ຄົນ​ຖືກ​ເສຍ​ຊີວິດ. ສະຖານທູດ​ອາ​ເມ​ລິ​ກາ ປະຈຳອາບກາ​ນິ​ດສະຖານ ​ໃຫ້​ຄຳ​ໜັ້ນສັນຍາຈະ​ສືບສວນ​​ ແລະ ລົງ​ໂທດຜູ້​ກໍ່​ເຫດຄາດ​ຕະກຳ​ດັ່ງກ່າວຢ່າງ​ເໝາະ​ສົມ.
ຂ່າວ/ບົດ​ອື່ນ