ທ່ານປະທານາທິບໍດີອາເມລິກາ D. Trump ແລະ ພັນລະຍາ ກັກຕົວເອງຢູ່ທຳນຽບຂາວພາຍຫລັງມີຜົນບວກກັບເຊື້ອໄວຣັດ SARS-CoV-2

(VOVWORLD) -ໃນສື່ສັງຄົມອອນລາຍ Twitte ສ່ວນຕົວ, ທ່ານປະທານາທິບໍດີອາເມລິກາ D. Trump ຢັ້ງຢືນວ່າ: ທ່ານເອງ ແລະ ພັນລະຍາ ມີຜົນບວກກັບ ໄວຣັດ ໂຄວິດ 19.

ທ່ານປະທານາທິບໍດີອາເມລິກາ D. Trump ແລະ ພັນລະຍາ ກັກຕົວເອງຢູ່ທຳນຽບຂາວພາຍຫລັງມີຜົນບວກກັບເຊື້ອໄວຣັດ SARS-CoV-2 - ảnh 1 ທ່ານປະທານາທິບໍດີອາເມລິກາ D. Trump ແລະ ພັນລະຍາ Melania Trump

ພາບ:AFP/TTXVN

ວັນທີ 2 ຕຸລາ ທ່ານໝໍ ຂອງທຳນຽບຂາວ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີອາເມລິກາ D. Trump ແລະ ພັນລະຍາ Melania Trump ພວມກັກຕົວເອງ ຢູ່ ທຳນຽບຂາວ ພາຍຫລັງມີຜົນບວກກັບ ໄວຣັດ SARS-CoV-2. ທັງສອງຄົນມີສຸຂະພາບພວມເປັນປົກກະຕິ. ຕາມບັນດາທ່ານໝໍແລ້ວ ໄລຍະກັກຕົວ, ທ່ານປະທານາທິບໍດີ D.Trump ຍັງສືບຕໍ່ ປະຕິບັດວຽກງານເປັນປົກກະຕິ. ກ່ອນຫນ້ານັ້ນໃນສື່ສັງຄົມອອນລາຍ Twitte ສ່ວນຕົວ, ທ່ານປະທານາທິບໍດີອາເມລິກາ D. Trump ຢັ້ງຢືນວ່າ: ທ່ານເອງ ແລະ ພັນລະຍາ ມີຜົນບວກກັບ ໄວຣັດ ໂຄວິດ 19. ກ່ອນຫນ້ານັ້ນ ຫນຶ່ງໃນຈຳນວນຜູ້ໃຫ້ຄຳປຶກສາທີ່ໃກ້ຊິດກັບທ່ານປະທານາທິບໍດີ ອາເມລິກາ ນັ້ນແມ່ນທ່ານນາງ Hope Hicks ກໍ່ມີຜົນບວກກັບໄວຣັດ ໂຄວິດ 19 ເມື່ອວັນທີ 1 ຕຸລາ  ພາຍຫລັງ 2 ມື້ ເດີນທາງໄປເຖິງລັດ  Ohio ແລະ Minnesota ພ້ອມກັບການນຳອາເມລິກາ .

ຕອບກັບ

ຂ່າວ/ບົດ​ອື່ນ