ທ່ານປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump ​ຮັບຮອງ​ອຳ​ນາດ​ການ​ປົກ​ຄອງ​ຊຸດ​ໃໝ່ເປັນ​ຄັ້ງ​ທຳ​ອິດ

(VOVWORLD) - ຕາມທ່ານ Trump ແລ້ວ, ສະພາແຫ່ງຊາດ ອາເມລິກາ ໄດ້ຢັ້ງຢືນໝາກຜົນໃນການເລືອກຕັ້ງ ແລະ ອຳນາດປົກຄອງຊຸດໃໝ່ຈະເຂົ້າສາບານຕົວຮັບຕຳແໜ່ງໃໝ່ໃນວັນທີ 20 ມັງກອນຈະມາເຖິງ, ທ່ານຈະຮັບປະກັນການມອບສິດອຳນາດໃຫ້ດຳເນີນໄປຢ່າງສະດວກ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

 

ທ່ານປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump ​ຮັບຮອງ​ອຳ​ນາດ​ການ​ປົກ​ຄອງ​ຊຸດ​ໃໝ່ເປັນ​ຄັ້ງ​ທຳ​ອິດ - ảnh 1ທ່ານ Donald Trump ປະທານາທິບໍດີ ອາເມລິກາ ກ່າວຄຳເຫັນທີ່ສະພາແຫ່ງຊາດ ອາເມລິກາ
(ພາບ: Reuters)

        ຕອນຄ່ຳວັນທີ 7 ມັງກອນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ ຮັບຮອງອຳນາດການປົກຄອງຊຸດໃໝ່ ເປັນຄັ້ງທຳອິດ. ໃນສື່ສັງຄົມອອນລາຍ Twitter ໃນວັນທີ 7 ມັງກອນ, ທ່ານ Trump ໄດ້ຕຳໜິຕິຕຽນ ການບຸກໂຈມຕີໃສ່ຫໍສະພາແຫ່ງຊາດ ແລະ ໃຫ້ຮູ້ວ່າ ທ່ານໄດ້ຜັນຂະຫຍາຍກຳລັງພິທັກແຫ່ງຊາດ ແລະ ກຳລັງປະຕິບັດກົດໝາຍ ສະຫະລັດ ເພື່ອປ້ອງກັນຫໍສະພາແຫ່ງຊາດ. ທ່ານ Trump ກໍ່ໄດ້ເນັ້ນໜັກວ່າ ຜູ້ເຂົ້າຮ່ວມການເຄື່ອນໄຫວທີ່ໃຊ້ຄວາມຮຸນແຮງ ແລະ ການທຳລາຍນັ້ນ ບໍ່ໄດ້ເປັນຕົວແທນໃຫ້ແກ່ ອາເມລິກາ ແລະ ຜູ້ທີ່ລະເມີດກົດໝາຍຈະຕ້ອງໄດ້ລົງໂທດ. ຕາມທ່ານ Trump ແລ້ວ, ສະພາແຫ່ງຊາດ ອາເມລິກາ ໄດ້ຢັ້ງຢືນໝາກຜົນໃນການເລືອກຕັ້ງ ແລະ ອຳນາດປົກຄອງຊຸດໃໝ່ຈະເຂົ້າສາບານຕົວຮັບຕຳແໜ່ງໃໝ່ໃນວັນທີ 20 ມັງກອນຈະມາເຖິງ, ທ່ານຈະຮັບປະກັນການມອບສິດອຳນາດໃຫ້ດຳເນີນໄປຢ່າງສະດວກ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ