ທ່ານປະທານາທິບໍດີອາເມລິກາ ຖະແຫຼງຈະຖອນກຳລັງທະຫານອອກຈາກຊີຣີ ໂດຍໄວ

(VOVWORLD) - ວັນທີ 29 ມີນາ, ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງວ່າ ບັນດາກຳລັງທະຫານອາເມລິກາ ຈະຖອນອອກຈາກຊີຣີ ໂດຍໄວ,
ທ່ານປະທານາທິບໍດີອາເມລິກາ ຖະແຫຼງຈະຖອນກຳລັງທະຫານອອກຈາກຊີຣີ ໂດຍໄວ - ảnh 1ທ່ານປະທານາທິບໍດີອາເມລິກາ Donald Trump (ພາບ: AFP/TTXVN)

ພາຍຫລັງອາເມລິກາ ຖືວ່າ ໄດ້ໃຊ້ງົບປະມານເຖິງ 7000 ຕື້ USD ເຂົ້າໃນບັນດາການສູ້ຮົບຢູ່ຕາເວັນອອກກາງແມ່ນຟຸມເຟືອຍ. ໃນບົດກ່າວປາໄສຕໍ່ບັນດາກຳມະກອນຢູ່ລັດ Ohio, ທ່ານ Donald Trump ກ່າວວ່າ ບັນດາກຳລັງປະກອບອາວຸດອາເມລິກາ ໃກ້ຈະສຳເລັດຄາດໝາຍຮັບປະກັນຄວາມໝັັ້ນຄົງຢູ່ທຸກເຂດດິນແດນ ທີ່ເຄີຍຖືກອົງການລັດອິດສະລາມ (IS) ຢຶດຄອງ, ດັ່ງນັ້ນ ບັນດາພົນທະຫານອາເມລິກາ ຈະຖອນອອກຈາກຊີຣີ ໂດຍໄວ

        ປັດຈຸບັນ, ອາເມລິກາ ພວມຮັກສາກຳລັງພາລະກອນການທະຫານຢູ່ຊີຣີຕາເວັນອອກ 2000 ຄົນ ດ້ວຍໜ້າທີ່ສົມທົບກັບບັນດາກຳລັງປະກອບອາວຸດທ້ອງຖິ່ນຂັບໄລ່ IS ແລະ ສະກັດກັ້ນບັນດາການປະທະກັນຢູ່ ຊີຣີ ບໍ່ໃຫ້ແຜ່ຂະຫຍາຍອອກກ້ວາງຕື່ມອີກ.

 

ຕອບກັບ

ຂ່າວ/ບົດ​ອື່ນ