ທ່ານປະທານເຈິ່ນແທັງເໝີນ ຢ້ຽມຢາມ, ມອບຂອງຂວັນບັນດາຄອບຄົວນະໂຍບາຍແຂວງ ເງະອານ

(VOVWORLD) - ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ມອບເງິນເພື່ອກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 5 ຫຼັງໃຫ້ບັນດາຄອບຄົວທຸກຍາກ, ມອບຂອງຂວັນ 20 ພູດ...
ທ່ານປະທານເຈິ່ນແທັງເໝີນ ຢ້ຽມຢາມ, ມອບຂອງຂວັນບັນດາຄອບຄົວນະໂຍບາຍແຂວງ ເງະອານ - ảnh 1ທ່ານ ເຈິ່ນແທງເໝີນ ມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍ

ຕອນເຊົ້າວັນທີ 6 ກໍລະກົດ, ຢູ່ເມືອງ ແອັງເຊີນ (ເງະອານ), ຄະນະປະຕິບັດງານຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານ ເຈິ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຍາດຕິພີ່ນ້ອງບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວນະໂຍບາຍໃນບໍລິເວນເມືອງ ແອັງເຊີນ.

        ທີ່ເມືອງ ແອັງເຊີນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ມອບເງິນເພື່ອກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 5 ຫຼັງໃຫ້ບັນດາຄອບຄົວທຸກຍາກ, ມອບຂອງຂວັນ 20 ພູດໃຫ້ຍາດຕິພີ່ນ້ອງບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນເມືອງ.

        ກ່ອນໜ້ານັ້ນ, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ, ເມືອງ ແອັງເຊີນ (ເງະອານ), ທ່ານປະທານ ເຈິ່ນແທັງເໝີນ ພ້ອມກັບຄະນະປະຕິບັດງານ, ການນຳແຂວງ ເງະອານ ກໍ່ໄດ້ໄປວາງພວງມາລາອາໄລຫາປະທານໂຮ່ຈີມິນ ແລະ ຈູດທູບທຽນໃນສຸສານບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ. ສະຖານທີ່ແຫ່ງນີ້ແມ່ນບ່ອນຝັງສົບ, ອັດຖິຂອງຊາວຫວຽດນາມ ດີເດັ່ນເກືອບ 11.000 ຄົນທີ່ໄດ້ເສຍສະຫຼະຊີວິດໃນດິນແດນ ສປປ ລາວ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ