ທ່ານປະສະພາແຫ່ງຊາດ ເຈິ່ນແທັງເໝີນ ເຮັດວຽກກັບບັນດາຄະນະກຳມາທິການຂອງສະພາແຫ່ງຊາດ ແລະ ຄະນະວຽກງານສະມາຊິກສະພາແຫ່ງຊາດ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ສະພາແຫ່ງຊາດໄດ້ປະຕິບັດຈຳນວນວຽກງານຢ່າງຫຼວງຫຼາຍ
ທ່ານປະສະພາແຫ່ງຊາດ ເຈິ່ນແທັງເໝີນ ເຮັດວຽກກັບບັນດາຄະນະກຳມາທິການຂອງສະພາແຫ່ງຊາດ ແລະ ຄະນະວຽກງານສະມາຊິກສະພາແຫ່ງຊາດ - ảnh 1(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ກ່າວຄຳເຫັນທີ່ການເຮັດວຽກ)

        ຕອນບ່າຍວັນທີ 31 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳກຳມາທິການວັດທະນະທຳ, ການສຶກສາ; ກຳມາທິການສັງຄົມ; ຄະນະວຽກງານສະມາຊິກສະພາແຫ່ງຊາດ ເພື່ອຕີລາຄາບັນດາວຽກງານທີ່ໄດ້ເຮັດນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ສະພາແຫ່ງຊາດໄດ້ປະຕິບັດຈຳນວນວຽກງານຢ່າງຫຼວງຫຼາຍ, ນັ້ນແມ່ນປະຕິບັດການຈັດກອງປະຊຸມ 14 ຄັ້ງ, ລວມທັງກອງປະຊຸມສາມັນ, ກອງປະຊຸມວິສາມັນ. ການປະຕິບັດໂຄງການສ້າງກົດໝາຍອາຍຸການສະພາແຫ່ງຊາດຊຸດທີ 15 ບັນລຸໝາກຜົນທີ່ໜ້າຮັບຮູ້. ລະອຽດແມ່ນ, ປະຕິບັດສຳເລັດ 131 ໃນຈຳນວນ 156 ໜ້າທີ່ສ້າງກົດໝາຍ, ບັນລຸອັດຕາເກືອບ 84%; ບັນດາແຜນຮ່າງ, ແຜນການຂອງຄະນະພັກສະພາແຫ່ງຊາດໄດ້ປະຕິບັດກວ່າ 81%.

        ຊີ້ແຈ້ງເວລາທີ່ຍັງເຫຼືອຂອງສະພາແຫ່ງຊາດ ຈະປະຕິບັດກອງປະຊຸມປະຈຳ 3 ຄັ້ງ ແລະ ກອງປະຊຸມສະຫຼຸບອາຍຸການສະພາແຫ່ງຊາດຊຸດທີ 15 ເປັນ 1 ຄັ້ງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕີລາຄາວ່າ, ນີ້ແມ່ນຈຳນວນວຽກງານຫຼາຍທີ່ສຸດ, ສະນັ້ນ, ຮຽກຮ້ອງໃຫ້ສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດຕ້ອງປະຕິບັດຢ່າງຂ້ຽວຂາດເພື່ອບັນລຸໝາກຜົນ. ພ້ອມກັນນັ້ນ, ທ່ານປະທານສະພາແຫ່ງຊາດກໍ່ຮຽກຮ້ອງໃຫ້ບັນດາກຳມາທິການຂອງສະພາແຫ່ງຊາດ ສົມທົບກັນຕິດຕາມກວດກາລັດຖະບານ ໃນການຜັນຂະຫຍາຍບັນດາຮ່າງກົດໝາຍ, ມະຕິເຊິ່ງສະພາແຫ່ງຊາດຮັບຮອງເອົາຜ່ານກອງປະຊຸມສະໄໝຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ