ທ່ານພົນເອກ Phung Quang Thanh ເຮັດວຽກກັບແຂວງ Binh Dinh

ທ່ານພົນເອກ Phung Quang Thanh ເຮັດວຽກກັບແຂວງ Binh Dinh - ảnh 1
ທ່ານ​ພົນ​ເອກ Phung Quang Thanh ຢ້ຽມຢາມ
ກອງ​ບັນຊາ​ການ​ທະຫານປ້ອງ​ກັນຊາ​ຍ​ແດນ​ແຂວງ Binh Dinh
( ພາບ: qdnd.vn )


( vovworld ) – ​ ວັນ​ທີ 2/4, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ພົນ​ເອກ Phung Quang Thanh ​ໄດ້ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ Binh Dinh. ​ໃນ​ການ​ເຮັດ​ວຽກກັບການ​ນຳ ​ແລະ ກອງບັນຊາ​ການ​ທະຫານ, ກອງ​ບັນຊາ​ການ​ທະຫານປ້ອງ​ກັນຊາ​ຍ​ແດນ​ແຂວງ Binh Dinh, ທ່ານ​ລັດຖະມົນຕີ Phung Quang Thanh ​ໄດ້​ຮຽກ​ຮ້ອງ​ໃຫ້ກອງບັນຊາ​ການ​ທະຫານ ​ແລະ ກ​ອງບັນຊາ​ການ​ທະຫານປ້ອງກັນຊາຍ​ແດນ​​ແຂວງ​​ເສີມຂະຫຍາຍ​ມູນ​ເຊື້ອ, ປະສານສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໃນ​ການ​ພັດທະນາ​ເສດຖະກິດ, ພ້ອມ​ກັນ​ນັ້ນ​ເພີ່ມ​ທະວີ​ຄວາມ​ສາມາດ​ປ້ອງ​ກັນ​ຊາດ​ໃນ​ບໍລິ​ເວນ​ແຂວງ. ທ່ານ​ລັດຖະມົນຕີ​ໄດ້ໃຫ້ການ​ຊີ້​ນຳ​ບັນດາ​ກຳ​ລັງ​ກອງທັບ​ສືບ​ຕໍ່​ພ້ອມ​ກັບ​ປະຊາຊົນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ​ທັງ​ທາງບົກ ​ແລະ ທາງທະ​ເລຢ່າງ​ມີ​ສະຖຽນ​ລະ​ພາບ, ພ້ອມ​ກັນ​ນັ້ນ​, ຮັກສາ​ຄວາມ​ສັນຕິພາບ​​ໃນການ​ພົວພັນ​ກັບ​ຕ່າງປະ​ເທດ​ໃນ​ພາກ​ພື້ນ, ປະກອບສ່ວນ​ກໍ່ສ້າງພື້ນຖານ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ​ຕິດ​ກັບ​ຄວາມ​ສະຫງົບປອດ​ໄພຂອງປະຊາຊົນ, ​ເພີ່ມ​ທະວີການ​ກໍ່ສ້າງ​ກຳ​ລັງພົນລະ​ເຮືອນ​ປ້ອງ​ກັນ​​ຕົນ​ເອງ, ລະດົມ​ກຳລັງ​ໃຈ​ຫຼື​ສ້າງ​ກຳລັງພົນລະ​ເຮືອນປ້ອງ​ກັນ​​ຕົນ​ເອງທາງ​ທະ​ເລ​ຕື່ມອີກ… ​ແລະ ກໍ​ໃນ​ຕອນ​ບ່າຍວັນ​ດຽວກັນ, ທ່ານພົນ​ເອກ Phung Quang Thanh ​ໄດ້​ໄປ​ຢ້ຽມຢາມ​ທ່າ​ກຳ​ປັ່ນ​ທາງ​ພາກ​ກາງ ( ນະ​ຄອນ Quy Nhon ), ​​ເຊິ່ງແມ່ນ​ທ່າ​ກຳ​ປັ່ນ​ທະຫານ, ລະດົມ​ກຳລັງ​ໃຈພະນັກງານ, ນັກຮົບກອງ​ບັນຊາ​ການ​ທະຫານປ້ອງ​ກັນຊາ​ຍ​ແດນ​ແຂວງ Binh Dinh ​ແລະ ກອງພັນທະ​ຫານ​ເຮືອ 48 ຂຶ້ນ​ກັບກອງ​ບັນຊາ​ການ​ທະຫານປ້ອງ​ກັນຊາ​ຍ​ແດນ​ແຂວງ Binh Dinh.

ຂ່າວ/ບົດ​ອື່ນ