ທ່ານພົນເອກ ຟູ່ງກວາງແທງ ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນປະເທດ ລາວ

ທ່ານພົນເອກ ຟູ່ງກວາງແທງ ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນປະເທດ ລາວ - ảnh 1
ການເຮັດວຽກຂອງກະຊວງປ້ອງກັນປະເທດ 2 ປະເທດ
(ພາບ: qdnd.vn)

(vovoworld) - ຕອນ​ບ່າຍວັນ​ທີ 29/2, ທ່ານ​ພົນ​ເອກ ຟູ່ງກວາງ​ແທງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ໂດຍ​ທ່ານ ຈັນ​ສະໝອນ ຈັນຍະ​ລາ​ດ, ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ​ລາວ, ຮອງ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ​ ​ເປັນ​ຫົວໜ້າ​ຄະນະ​ທີ່ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ພົນ​ເອກ ຟູ່ງກວາງ​ແທງ ​ໄດ້​ຂອບ​ອົກ​ຂອບ​ໃຈ​ພັກ, ລັດ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວທີ່​ໄດ້​ມອບ​ຂອງ​ຂັວນອັນ​ສູງ​ສົ່ງ​ໃຫ້​ແກ່​ບັນດາ​ສ່ວນ​ບຸກຄົນ ​ແລະ ໝູ່​ຄະນະ​ສັງກັດ​ກົມ​ໃຫຍ່ 2 (ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ). ທ່ານ​ພົນ​ເອກ ຟູ່ງກວາງ​ແທງ ຢືນຢັນ​ວ່າ: ຫວຽດນາມ​ ພ້​ອມ​ແລ້ວ​ທີ່​ຈະ​ຕ້ອນຮັບ​ບັນດາ​​ສຳ​ມະ​ນາກ​ອນຂອງ​ກອງທັບ​ປະຊາຊົນ​ ລາວ ມາ​ຮ່ຳ​ຮຽນ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ