ທ່ານພົນເອກ ຟານວັນຢາງ ຕ້ອນຮັບຄະນະຜູ້ແທນສະຫະພັນນັກຮົບເກົ່າ ລາວ

(VOVWORLD) - ກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ສະໜັບສະໜູນລະຫວ່າງສູນກາງສະຫະພັນນັກຮົບເກົ່າ ຫວຽດນາມ ແລະ ສະຫະພັນນັກຮົບເກົ່າ ລາວ ໃນໄລຍະຜ່ານມາ.
ທ່ານພົນເອກ ຟານວັນຢາງ ຕ້ອນຮັບຄະນະຜູ້ແທນສະຫະພັນນັກຮົບເກົ່າ  ລາວ - ảnh 1ທ່ານພົນເອກ ຟານວັນຢາງ ຕ້ອນຮັບຄະນະຜູ້ແທນສະຫະພັນນັກຮົບເກົ່າ ລາວ
(ພາບ: qdnd.vn)

        ຕອນບ່າຍວັນທີ 11 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນສະຫະພັນນັກຮົບເກົ່າ ລາວ, ໂດຍທ່ານພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າ ລາວ ເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ສະໜັບສະໜູນລະຫວ່າງສູນກາງສະຫະພັນນັກຮົບເກົ່າ ຫວຽດນາມ ແລະ ສະຫະພັນນັກຮົບເກົ່າ ລາວ ໃນໄລຍະຜ່ານມາ. ໃນໄລຍະຈະມາເຖິງ, 2 ສະຫະພັນຈະສືບຕໍ່ເປັນຂົວເຊື່ອມຕໍ່ມິດຕະພາບເພື່ອໃຫ້ນັກຮົບເກົ່າລຸ້ນຕ່າງໆຂອງ 2 ປະເທດ, ສືບຕໍ່ໂຄສະນາ, ສຶກສາໃຫ້ລຸ້ນໜຸ່ມຂອງ 2 ປະເທດ ກ່ຽວກັບປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນ, ນ້ຳໃຈສາມັກຄີສະໜິດຕິດພັນລະຫວ່າງ 2 ປະເທດ ແລະ ກອງທັບ 2 ປະເທດ.

        ສ່ວນທ່ານພົນໂທ ແສງນວນ ໄຊຍະລາດ ສະແດງຄວາມປາດຖະໜາວ່າ ພັກ, ລັດ, ກອງທັບປະຊາຊົນ ຫວຽດນາມ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ສະຫະພັນຂອງ 2 ປະເທດ ສືບຕໍ່ຜັນຂະຫຍາຍການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງໃຫ້ບັນລຸປະສິດທິຜົນ, ແທດຈິງ, ປະກອບສ່ວນເພີ່ມທະວີສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ຫຼາຍກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ