ທ່ານພົນເອກ ຟານວັນຢາງ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ

(VOVWORLD) - ໃນໄລຍະຈະມາເຖິງ, ຈະສືບຕໍ່ຜັນຂະຫຍາຍບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມແລ້ວ, ພິເສດແມ່ນ ສຸມໃສ່ປະຕິບັດວຽກງານສະຫຼຸບອະນຸສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ
ທ່ານພົນເອກ ຟານວັນຢາງ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ - ảnh 1ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍາລາດ
(ພາບ: qdnd.vn)

        ຕອນບ່າຍວັນທີ 06 ພຶດສະພາ, ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ. ຢູ່ທີ່ນີ້, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໄຊຊະນະ ດ້ຽນບຽນຝູ ແມ່ນໜຶ່ງໃນບັນດາເຫດການປະຫວັດສາດ, ມີຄວາມໝາຍໃຫຍ່ຫຼວງສຳລັບປະຊາຊົນ ຫວຽດນາມ ແລະ ປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ; ແມ່ນສັນຍາລັກທີ່ມີຊີວິດຊີວາຂອງນ້ຳໃຈສາມັກຄີ, ການຮ່ວມສຳພັນສູ້ຮົບທີ່ຍິ່ງໃຫຍ່ລະຫວ່າງກອງທັບປະຊາຊົນ 2 ປະເທດ ຫວຽດນາມ - ລາວ ເວົ້າສະເພາະ, 3 ປະເທດ ອິນດູຈີນ ເວົ້າລວມ; ແມ່ນປະຖົມປັດໄຈເພື່ອໃຫ້ຊາດ ຫວຽດນາມ ແລະ ປະຊາຊົນ ລາວ ບັນດາເຜົ່າ ຕີແອກປົກຄອງຂອງລະບອບລ່າເມືອງຂຶ້ນໃຫ້ປະລາໄຊ, ຍາດເອົາເອກະລາດ, ເສລີພາບມາໃຫ້ແກ່ປະເທດຊາດ.

        ພົນເອກ 2 ທ່ານໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງ, ຈະສືບຕໍ່ຜັນຂະຫຍາຍບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມແລ້ວ, ພິເສດແມ່ນ ສຸມໃສ່ປະຕິບັດວຽກງານສະຫຼຸບອະນຸສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ ຫວຽດນາມ - ລາວ ໄລຍະ 2020 – 2024 ໃຫ້ເປັນຢ່າງດີ, ນຳການຮ່ວມມືລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ, ພັດທະນາຢ່າງຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ