ທ່ານພົນເອກ ໂງຊວນລິກ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຝຣັ່ງ Bertrand Lortholary

(VOVWORLD) - ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຝຣັ່ງ Bertrand Lortholary ໄດ້ດຳເນີນໃນຕອນບ່າຍຂອງວັນທີ 12 ກັນຍາ ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າການພົວພັນດ້ານການປ້ອງກັນປະເທດ ຫວຽດນາມ - ຝຣັ່ງ ໃນໄລຍະຜ່ານມາໄດ້ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາ. 
ທ່ານພົນເອກ ໂງຊວນລິກ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຝຣັ່ງ Bertrand Lortholary - ảnh 1ທ່ານເອກອັກຄະລັດຖະທູດ ຝຣັ່ງ Bertrand Lortholary ແລະ  ທ່ານພົນເອກ ໂງຊວນລິກ

ທ່ານພົນເອກ ໂງຊວນລິກ ສະເໜີວ່າໃນໄລຍະຈະມາເຖິງສອງຝ່າຍສືບຕໍ່ຍົກສູງປະສິດທິຜົນການຮ່ວມມືດ້ານຕ່າງໆ: ພ້ອມທັງລົງນາມໃນຂໍ້ຕົກລົງແມ່ກ່ຽວກັບການຮ່ວມມື ຫວຽດນາມ - ຝຣັ່ງ ໃນຂົງເຂດການປ້ອງກັນປະເທດໂດຍໄວ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝຣັ່ງ. ທ່ານພົນເອກ ໂງຊວນລິກ ຫວັງວ່າດ້ວຍຖານະຕຳແໜ່ງຂອງຕົນ, ທ່ານເອກອັກຄະລັດຖະທູດ ຝຣັ່ງ Bertrand Lortholary ຈະມີບັນດາການປະກອບສ່ວນຢ່າງຕັ້ງໜ້າໃຫ້ການພົວພັນສອງປະເທດ, ໃນນັ້ນມີດ້ານການປ້ອງກັນຊາດ.

ສະແດງຄວາມເຫັນດີເປັນເອກະພາບຕໍ່ຄຳເຫັນຂອງ ທ່ານພົນເອກ ໂງຊວນລິກ, ທ່ານເອກອັກຄະລັດຖະທູດ ຝຣັ່ງ Bertrand Lortholary ຢັ້ງຢືນວ່າຝ່າຍ ຝຣັ່ງ ຍາມໃດກໍ່ປາຖະໜາຢາກເພີ່ມທະວີການຮ່ວມມືດ້ານການປ້ອງກັນປະເທດກັບ ຫວຽດນາມ ແລະ ເຊື່ອໝັ້ນວ່າການຮ່ວມມືໃນຂົງເຂດນີ້ລະຫວ່າງສອງປະເທດຈະມີບັນດາບາດກ້າວຂະຫຍາຍຕົວໃໝ່ໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດ ຝຣັ່ງ Bertrand Lortholary ກໍ່ໄດ້ສະເໜີໃຫ້ສອງຝ່າຍຄົ້ນຄວ້າເປີດກວ້າງບັນດາຂົງເຂດຮ່ວມມືໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ