ທ່ານພົນເອກ ໂງຊວນລິກ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ ປະຈຳ ຫວຽດນາມ.

(VOVWORLD) - ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຊຸກຍູ້ການພົວພັນມິດຕະພາບການຮ່ວມມືຮອບດ້ານກັບ ອິດສະລາແອນ, ໃນນັ້ນມີການພົວພັນຮ່ວມມືດ້ານການປ້ອງກັນປະເທດ.
ທ່ານພົນເອກ ໂງຊວນລິກ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ອິດສະລາແອນ ປະຈຳ ຫວຽດນາມ. - ảnh 1 ທ່ານພົນເອກ ໂງຊວນລິກ ແລະ ທ່ານນາງ Meirav Shahar

ຕອນບ່າຍວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບ ທ່ານ ນາງ Meirav Shahar, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ອິດສະລາແອນ ປະຈຳ ຫວຽດນາມ, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສຳເລັດອາຍຸການປະຕິບັດວຽກງານຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຊຸກຍູ້ການພົວພັນມິດຕະພາບການຮ່ວມມືຮອບດ້ານກັບ ອິດສະລາແອນ, ໃນນັ້ນມີການພົວພັນຮ່ວມມືດ້ານການປ້ອງກັນປະເທດ. ທ່ານພົນເອກ ໂງຊວນລິກ ປາຖະໜາວ່າ: ທ່ານນາງເອກອັກຄະລັດຖະທູດ ຈະສືບຕໍ່ເປັນຂົວຕໍ່ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ຫວຽດນາມ ແລະ ອິດສະລາແອນ ດ້ວຍໜ້າທີ່ຕຳແໜ່ງໃໝ່. ທ່ານນາງເອກອັກຄະລັດຖະທູດ ອິດສະລາແອນ Meirav Shahar ຢືນຢັນວ່າ, ພາຍຫຼັງກັບຄືນປະເທດ, ເຖິງວ່າຈະຢູ່ໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານນາງເອງຈະເປັນຂົວຕໍ່ຊຸກຍູ້ການພົວພັນຮ່ວມມື ລະຫວ່າງສອງປະເທດ ຫວຽດນາມ-ອິດສະລາແອນ ໃຫ້ນັບມື້ນັບພັດທະນາເລື້ອຍໆ.

ຕອບກັບ

ຂ່າວ/ບົດ​ອື່ນ