ທ່ານພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ການຕ້ອນຮັບຜູ້ອຳນວຍການ USAID ຢູ່ ຫວຽດນາມ ແລະ ເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 7,ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ  Micheal Green ຜູ້ອຳນວຍການອົງການພັດທະນາສາກົນ ຂອງ ອາເມລິກາ(USAID) ຢູ່ ຫວຽດນາມ
ທ່ານພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ການຕ້ອນຮັບຜູ້ອຳນວຍການ USAID ຢູ່ ຫວຽດນາມ ແລະ ເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ - ảnh 1ທ່ານພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Micheal Green ຜູ້ອຳນວຍການ USAID. (ພາບ: qdnd.vn)

ທີ່ການຕ້ອນຮັບ, ທ່ານ Micheal Green ແລະ ທ່ານພົນໂທ ຫງວຽນຈິວິ້ງ ໄດ້ແລກປ່ຽນບັນດາເນື້ອໃນຕົ້ນຕໍໃນການເດີນທາງຢ້ຽມຢາມ ຫວຽດນາມ ຈະມາເຖິງ ຂອງຄະນະສະມາຊິດສະພາສູງ ອາເມລິກາ ໂດຍທ່ານ Patrick Leahy ສະມາຊິດສະພາສູງ ອາເມລິກາ ນຳໜ້າ. ຄາດວ່າເນື່ອງໃນໂອກາດຢ້ຽມຢາມຄັ້ງນີ້, ສອງຝ່າຍຈະປະກາດເລີ່ມຕົ້ນໂຄງການແກ້ໄຂສິ່ງແວດລ້ອມທີ່ຖືກມົນລະພິດຈາກທາດ Dioxin ຢ່າງເປັນທາງການ ຢູ່ສະໜາມບິນ ບຽນຮ່ວາ ແລະ ຝ່າຍ ອາເມລິກາ ຈະສະໜັບສະໜູນເງິນຈຳນວນ 50 ລ້ານ USD ໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

        ກໍ່ໃນຕອນບ່າຍວັນດຽວກັນ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈິວິ້ງ ໄດ້ໃຫ້ການຕ້ອນຮັບທ່ານ Antonio Alessandro ເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ ເຂົ້າຢ້ຽມຢາມຂ່ຳນັບ.

ຕອບກັບ

ຂ່າວ/ບົດ​ອື່ນ