ທ່ານ​ພົນ​ໂທ ຮ່​ວາງ​ຊວັນ​ຈຽນ ໃຫ້​ການ​ຕ້ອນ​ຮັບ​ທູດ​​ທະ​ຫານ ສ​ປ​ປ.ເກົາຫຼີ

(VOVWORLD) - ຕອນເຊົ້າວັນທີ 17 ສິງຫາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພັນເອກ Kim Myong Chol, ທູດທະຫານ ສປປ.ເກົາຫຼີ ປະຈຳຫວຽດນາມ.
ທ່ານ​ພົນ​ໂທ ຮ່​ວາງ​ຊວັນ​ຈຽນ ໃຫ້​ການ​ຕ້ອນ​ຮັບ​ທູດ​​ທະ​ຫານ ສ​ປ​ປ.ເກົາຫຼີ - ảnh 1ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ການຕ້ອນຮັບທ່ານພັນເອກ Kim Myong Chol, ທູດທະຫານ ສປປ.ເກົາຫຼີ ປະຈຳຫວຽດນາມ (ພາບ: qdnd.vn)

ກ່າວຄຳຫັນທີ່ການຕ້ອນຮັບ, ທ່ານພົນໂທ ຮ່ວາງຊວັນຈຽນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ສປປ.ເກົາຫຼີເປັນສຳຄັນ, ພ້ອມທັງຖືວ່າ ການຮ່ວມມືຢ່າງຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແມ່ນປະຖົມປັດໄຈ ແລະ ພື້ນຖານເພື່ອ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ສອງຝ່າຍໃຫ້ເປີດກວ້າງ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ. ທ່ານພົນໂທ ຕີລາຄາສູງຄວາມມານະພະຍາຍາມຂອງທ່ານ ພັນເອກ Kim Myong Chol, ໃນການຊຸກຍູ້ການຮ່ວມມືລະຫວ່າງກອງທັບສອງປະເທດໃນໄລຍະຜ່ານມາ, ທ່ານກໍ່ເຊື່ອໝັ້ນວ່າ ທ່ານພັນເອກ Kim Myong Chol, ຈະສືບຕໍ່ມີການປະກອບສ່ວນທີ່ຕັ້ງໜ້າຫຼາຍຢ່າງເພື່ອຊຸກຍູ້ການພົວພັນສອງປະເທດໃນທຸກຂົງເຂດ.

ສ່ວນທ່ານ ພັນເອກ Kim Myong Chol, ໄດ້ສະແດງຄວາມຂອບໃຈຕໍ່ການເອົາໃຈໃສ່ ແລະ ສະໜັບສະໜູນຂອງ ກະຊວງປ້ອງກັນປະເທດ ຫວຽດນາມ ໃນການພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ພ້ອມທັງຢັ້ງຢືນວ່າ ໃນຖານະ ຄວາມຮັບຜິດຊອບຂອງຕົນ ຈະມານະພະຍາຍາມຊຸກຍູ້, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ຮັບຄວາມເຫັນດີເປັນເອກະພາບລະຫວ່າງສອງຝ່າຍ, ປະກອບສ່ວນສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ