ທ່ານລັດ​ຖະ​ມົນ​ຕີ​ ເລືອງ​ຕາມກວາງ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ Kao Kim Hourn

(VOVWORLD) - ທ່ານເລຂາທິກາໃຫຍ່ Kao Kim Hourn ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງຫວຽດນາມ ໃນປະຊາຄົມ ອາຊຽນ ກໍ່ຄືການຮ່ວມມືຂອງກະຊວງຕຳຫຼວດ ຫວຽດນາມ ໃນການບຳລຸງສ້າງ, ຍົກສູງຄວາມສາມາດ, ລະດັບຄວາມຮູ້ຂອງພະນັກງານປະຕິບັດກົດໝາຍໃນອາຊຽນ
ທ່ານລັດ​ຖະ​ມົນ​ຕີ​ ເລືອງ​ຕາມກວາງ ໃຫ້​ການ​ຕ້ອນ​ຮັບ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ Kao Kim Hourn - ảnh 1ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນ  Kao Kim Hourn (ພາບ: ກະຊວງຕຳຫຼວດຫວຽດນາມ)

ໃນຂອບເຂດການຢ້ຽມຢາມ, ເຮັດວຽກຢູ່ລາວ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 18 (AMMTC18), ວັນທີ 28 ສິງຫາຢູ່ ນະຄອນຫຼວງວຽງຈັນ, ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນ  Kao Kim Hourn. ນະທີ່ນີ້, ທ່ານລັດຖະມົນຕີ ເລືອງຕາມກວາງ ຢັ້ງຢືນວ່າ ສຳລັບປະຊາຄົມການເມືອງ - ຄວາມໝັ້ນຄົງ, ກະຊວງຕຳຫຼວດ ຫວຽດນາມ ຍາມໃດກໍ່ໃຫ້ຄຳໝັ້ນສັນຍາເຂົ້າຮ່ວມຢ່ງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ຕໍ່ກັບບັນດາປະເທດ ອາຊຽນໃນການແກ້ໄຂບັນດາບັນຫາທົ່ວໂລກ, ປະກອບສ່ວນເຂົ້າໃນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບສາກົນ. ທ່ານລັດຖະມົນຕີ ສະເໜີໃຫ້ທ່ານເລຂາທິການໃຫຍ່ Kao Kim Hourn ແລະ ຄະນະເລຂາ ອາຊຽນ ສືບຕໍ່ສະໜັບສະໜູນ ຫວຽດນາມ ເປັນປະທານ ແລະ ເປັນປະທານຮ່ວມໃນການແກ້ໄຂໜຶ່ງໃນ ອາດຊະຍາກຳຂ້າມຊາດ 10 ຊະນິດທີ່ໃຫ້ບຸລິມະສິດຂອງ ອາຊຽນໃນປັດຈຸບັນ ເຊິ່ງຫວຽດນາມມີທ່າແຮງ. ໂດຍສືບຕໍ່ສະໜັບສະໜູນ, ສ້າງເງື່ອນໄຂໃຫ້ແກ່ພະນັກງານກະຊວງຕຳຫຼວດ ຫວຽດນາມ ຮັບສະໝັກເຂົ້າບັນດາຕຳແໜ່ງປະຕິບັດງານຢູ່ຫ້ອງການປະຕິບັດງານຂອງ ຄະນະເລຂາ ອາຊຽນ ເພື່ອຍົກສູງກຳລັງຄວາມສາມາດ, ລະດັບຄວາມຮູ້ ແລະ ຄວາມສາມາດການເຮັດວຽກໃນສະພາບແວດລ້ອມສາກົນ, ຕອບສະໜອງຢ່າງທັນການຕໍ່ຄວາມຮຽກຮ້ອງຕ້ອງການຍູ້ແຮງການເຊ່ືອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

ສ່ວນທ່ານເລຂາທິກາໃຫຍ່ Kao Kim Hourn ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງຫວຽດນາມ ໃນປະຊາຄົມ ອາຊຽນ ກໍ່ຄືການຮ່ວມມືຂອງກະຊວງຕຳຫຼວດ ຫວຽດນາມ ໃນການບຳລຸງສ້າງ, ຍົກສູງຄວາມສາມາດ, ລະດັບຄວາມຮູ້ຂອງພະນັກງານປະຕິບັດກົດໝາຍໃນອາຊຽນ; ທ່ານປາດຖະໜາ ແລະ ຍິນດີຕ້ອນຮັບພະນັກງານ ຫວຽດນາມ ມາເຂົ້າຮ່ວມຄະນະເລຂາ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ