ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ເຂົ້າຮ່ວມ IPMF ຄັ້ງທີ 3, AEMM ຄັ້ງທີ 24, ຢ້ຽມຢາມ ແລະ ເຮັດວຽກທີ່ ແບຣນຊິກ

(VOVWORLD) -  ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຍູ້ແຮງການພົວພັນກັບ ສະຫະພາບເອີຣົບ (EU) ແລະ ບັນດາປະເທດສະມາຊິກ, ແບ່ງປັນ ຊອກຮູ້ປະສົບການຈາກສາກົນ ໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ໃຫ້ຄວາມສົນໃຈ, ປະກອບສ່ວນປຸກລະດົມແຫຼ່ງຊັບນະຍາກອນມະນຸດ ເພື່ອຫັນບັນດາເປົ້າໝາຍການພັດທະນາຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງ
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ເຂົ້າຮ່ວມ IPMF ຄັ້ງທີ 3, AEMM ຄັ້ງທີ 24, ຢ້ຽມຢາມ ແລະ ເຮັດວຽກທີ່ ແບຣນຊິກ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ
(ພາບ:ກະຊວງການຕ່າງປະເທດ)

ເລີ່ມແຕ່ວັນທີ 31 ມັງກອນ - 02 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ຈະເຂົ້າຮ່ວມ ເວທີປາໄສຂັ້ນລັດຖະມົນຕີ ພາກພຶ້ນມະຫາສະໝຸດອິນເດຍ - ປາຊີຟິກ (IPMF) ຄັ້ງທີ 3 ແລະ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ເອີຣົບ (AEMM) ຄັ້ງທີ 24 ຕາມຄຳເຊີນຂອງ ທ່ານຮອງປະທານຄະນະກຳມະການເອີຣົບ ທັງເປັນຜູ້ຕາງໜ້າຂັ້ນສູງສະຫະພາບເອີຣົບ ກ່ຽວກັບນະໂຍບາຍດ້ານຄວາມປອດໄພ ແລະ ການຕ່າງປະເທດ, Joseph Borrell, ສົບທົບກັບການຢ້ຽມຢາມ, ເຮັດວຽກ ຢູ່ແບຣນຊິກ.

       ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຍູ້ແຮງການພົວພັນກັບ ສະຫະພາບເອີຣົບ (EU) ແລະ ບັນດາປະເທດສະມາຊິກ, ແບ່ງປັນ ຊອກຮູ້ປະສົບການຈາກສາກົນ ໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ໃຫ້ຄວາມສົນໃຈ, ປະກອບສ່ວນປຸກລະດົມແຫຼ່ງຊັບນະຍາກອນມະນຸດ ເພື່ອຫັນບັນດາເປົ້າໝາຍການພັດທະນາຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງ, ໃນນັ້ນມີການເຕີບໂຕສີຂຽວ ແລະ ການຮັບມືກັບຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດ. ການໄປຢ້ຽມຢາມ, ເຮັດວຽກຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ທີ່ແບຣນຊິກ ແມ່ນແນໃສ່ສືບຕໍ່ຜັນຂະຫຍາຍໝາກຜົນທີ່ບັນລຸໄດ້ ໃນການເດີນທາງຢ້ຽມຢາມ ແບຣນຊິກ ໃນເດືອນທັນວາ 2022 ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິ້ງ, ກໍ່ຄືການຍູ້ແຮງສາຍພົວພັນສອງຝ່າຍ. ຄາດວ່າ, ໃນການເດີນທາງໄປເຮັດວຽກ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ຈະດຳເນີນກອງປະຊຸມພົບປະເຈລະຈາກັບ ລັດຖະມົນຕີກະຊວງການຕ່າງປະເທດ ແບຣນຊິກ ແລະ ເຂົ້າຮ່ວມຫຼາຍກິດຈະກຳສຳຄັນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ