ທ່ານ​ລັດຖະມົນຕີ​ກະຊວງ​ຕໍາຫຼວດ ​ໂຕ​ເລິ​ມ ​ເຂົ້າ​ຢ້ຽມຂໍ່ານັບ ກະສັດ ບຣູ​ໄນ

(VOVWORLD) -      ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ບຣູໄນ, ວັນທີ 15 ກຸມພາ, ຢູ່ນະຄອນຫຼວງ Bandar Seri Begawan, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບກະສັດ Haji Hassanal Bolkiah.
ທ່ານ​ລັດຖະມົນຕີ​ກະຊວງ​ຕໍາຫຼວດ ​ໂຕ​ເລິ​ມ ​ເຂົ້າ​ຢ້ຽມຂໍ່ານັບ ກະສັດ ບຣູ​ໄນ - ảnh 1 ທ່ານລັດຖະມົນຕີກະຊວງຕໍາຫຼວດ ໂຕເລິມ ເຂົ້າຢ້ຽມຂໍ່ານັບ ກະສັດ ບຣູໄນ Haji Hassanal Bolkiah (ພາບ: CAND)

        ທີ່ການພົບປະ, ກະສັດ Haji Hassanal Bolkiah ຕີລາຄາສູງໝາກຜົນຂອງການເຈລະຈາລະຫວ່າງທ່ານພົນຈັດຕະວາ Awang Halbi bin Mohd Yussof, ລັດຖະມົນຕີກະຊວງປ້ອງກັນປະເທດ ຜູ້ທີ 2  ທັງເປັນປະທານສະພາຄວາມໝັ້ນຄົງແຫ່ງຊາດ ບຣູໄນ ກັບທ່ານລັດຖະມົນຕີ ໂຕເລິມ; ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງ ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດເຊິ່ງສອງຝ່າຍມີທ່າແຮງ.

        ສ່ວນທ່ານລັດຖະມົນຕີ ໂຕເລິມ ປາດຖະໜາວ່າ ກະສັດ ສືບຕໍ່ສະໜັບສະໜູນ ແລະ ຊີ້ນໍາບັນດາອົງການປະຕິບັດກົດໝາຍຂອງ ບຣູໄນ ເພີ່ມທະວີການຮ່ວມມືໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະ ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາ ກັບ ກະຊວງຕໍາຫຼວດຫວຽດນາມ; ກໍຄືສອງຝ່າຍ ສ້າງໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ - ບຣູໄນ ໂດຍໄວ. ພ້ອມກັນນັ້ນ, ສອງປະເທດ ສືບຕໍ່ສະໜັບສະໜູນ, ສົມທົບກັນຢູ່ບັນດາເວທີປາໄສສາກົນ; ຕັ້ງໜ້າປຶກສາຫາລື ແລະ ຮ່ວມມືກັນກັບບັນດາປະເທດສະມາຊິກ ອາຊຽນ ໃນບັນຫາທະເລຕາເວັນອອກ.

        ກ່ອນໜ້ານັ້ນ, ວັນທີ 14 ກຸມພາ, ທ່ານລັດຖະມົນຕີ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງກະຊວງຕໍາຫຼວດ ກໍໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈໍາ ບຣູໄນ. 

ຕອບກັບ

ຂ່າວ/ບົດ​ອື່ນ