ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບ ທ່ານຮອງເລຂາສະພາປ້ອງກັນຄວາມສະຫງົບ ສະຫະພັນ ລັດເຊຍ

(VOVWORLD) -ຕອນບ່າຍວັນທີ 25 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານ ພົນເອກ ໂຕເລິມ, ລັດຖະມົນຕີ ກະຊວງຕຳຫຼວດຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ Khramov Oleg Vladimirrovich ຮອງເລຂາສະພາປ້ອງກັນຄວາມສະຫງົບ ສະຫະພັນ ລັດເຊຍ, ທີ່ກໍາລັງຢ້ຽມຢາມ, ເຮັດວຽກ ຢູ່ຫວຽດນາມ.
ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບ ທ່ານຮອງເລຂາສະພາປ້ອງກັນຄວາມສະຫງົບ ສະຫະພັນ ລັດເຊຍ - ảnh 1ການຕ້ອນຮັບ ( ພາບ: bocongan.gov.vn)

 ທີ່ການຕ້ອນຮັບ, ທ່ານ ລັດຖະມົນຕີ ໂຕເລິມ ໄດ້ຕີລາຄາສູງ ຕໍ່ເລື່ອງສອງຝ່າຍໄດ້ມີການແລກປ່ຽນຂໍ້ມູນຂ່າວສານໃນການສືບສວນສອບສວນອາດຊະຍາກອນ; ປະສົບການໃນວຽກງານສົມທົບກັນຄົ້ນພົບ, ສືບສວນສອບສວນຫຼາຍຄະດີໃຫຍ່ທີ່ກ່ຽວພັນເຖິງອາດຊະຍາກຳທາງອາຍາ, ອາດຊະຍາກຳຢາເສບຕິດ, ອາດຊະຍາກຳທີ່ນໍາໃຊ້ເຕັກໂນໂລຊີສູງຢ່າງເປັນປົກກະຕິ. ທ່ານລັດຖະມົນຕີ ໂຕເລິມ ໄດ້ຕີລາຄາສູງຕໍ່ກັບຜົນການທາບທາມຄໍາຄິດເຫັນ ລະຫວ່າງ ສອງຄະນະຜູ້ແທນຫວຽດນາມ ແລະ ສະພາປ້ອງກັນຄວາມສະຫງົບ ສະຫະພັນ ລັດເຊຍ ໃນການວາງບັນດາມາດຕະການ ຊຸກຍູ້ການປະຕິບັດສັນຍາຂັ້ນລັດຖະບານກ່ຽວກັບ ການຮັກສາຄວາມປອດໄພດ້ານຂໍ້ມູນຂ່າວສານສາກົນຢ່າງມີປະສິດທິຜົນ.

        ສ່ວນທ່ານ Khramov Oleg Vladimirrovich ໄດ້ຢັ້ງຢືນວ່າ ສະຫະພັນລັດເຊຍ ຍາມໃດກໍຖືເປັນສໍາຄັນ ແລະ ຢາກຊຸກຍູ້ສາຍພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານກັບ ຫວຽດນາມ ໃນທຸກຂົງເຂດຢ່າງແຮງ, ພິເສດແມ່ນໃນຂົງເຂດ ການຕໍ່ສູ້ປ້ອງກັນຕ້ານອາດຊະຍາກຳ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຢູ່ແຕ່ລະປະເທດ, ທ່ານ Khramov Oleg Vladimirrovich ປາດຖະໜາວ່າ ສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ -ສະຫະພັນລັດເຊຍເວົ້າລວມ, ລະຫວ່າງ ກະຊວງຕຳຫຼວດຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍ ຂອງສະຫະພັນລັດເຊຍ ຈະນັບມື້ນັບພັດທະນາ, ບັນລຸໄດ້ໝາກຜົນຈົບງາມຫຼາຍຢ່າງ. 

ຕອບກັບ

ຂ່າວ/ບົດ​ອື່ນ