ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການ

(VOVWORLD) - ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຟີລິບປິນ
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການ - ảnh 1(ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr.)

        ວັນທີ 30 ສິງຫາ, ຢູ່ນະຄອນຫຼວງ ມານີລາ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr., ເນື່ອງໃນໂອກາດໄປຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການ.

        ເມື່ອແລກປ່ຽນກັບການນຳ ຟີລິບປິນ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຟີລິບປິນ; ທ່ານປາດຖະໜາວ່າ ລັດຖະບານ ຟີລິບປິນ ແລະ ທ່ານປະທານາທິບໍດີ Ferdinand Romualdez Marcos Jr. ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນກະຊວງປ້ອງກັນປະເທດຂອງ 2 ປະເທດ ລົງນາມໃນຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ແທນໃຫ້ຂໍ້ຕົກລົງທີ່ໄດ້ລົງນາມໃນປີ 2010.

        ທ່ານປະທານາທິບໍດີ Ferdinand Romualdez Marcos Jr. ແລະ ທ່ານພົນເອກ ຟານວັນຢາງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ; ຢືນຢັນຄືນໃໝ່ຫຼັກໝັ້ນແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ມຸ່ງໄປເຖິງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິຜົນ, ປະສິດທິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ