ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ເຂົ້າຢ້ຽມຂ່ຳນັບປະທານາທິບໍດີ ອິນເດຍ

(VOVWORLD) - ຍາມໃດ ຫວຽດນາມ ກໍ່ຖືການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ ເປັນສຳຄັນ
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ເຂົ້າຢ້ຽມຂ່ຳນັບປະທານາທິບໍດີ ອິນເດຍ - ảnh 1(ທ່ານພົນເອກ ຟານວັນຢາງ ເຂົ້າຢ້ຽມຂ່ຳນັບທ່ານນາງປະທານາທິບໍດີ ອິນເດຍ Droupali Murmu)

        ໃນຂອບເຂດການຢ້ຽມຢາມ ອິນເດຍ ຢ່າງເປັນທາງການ, ຕອນບ່າຍວັນທີ 19 ມິຖຸນາ, ຢູ່ນະຄອນຫຼວງ ນິວເດລີ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງປະທານາທິບໍດີ ອິນເດຍ Droupali Murmu.

        ທີ່ການພົບປະ, ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ ເປັນສຳຄັນ; ທ່ານສະແດງຄວາມປາດຖະໜາວ່າ ທ່ານນາງປະທານາທິບໍດີ Droupali Murmu ຈະເອົາໃຈໃສ່, ສະໜັບສະໜູນເພື່ອໃຫ້ກະຊວງປ້ອງກັນປະເທດຂອງ 2 ປະເທດ ຊຸກຍູ້ການພົວພັນມິດຕະພາບ, ຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຕື່ມອີກ.

        ສ່ວນທ່ານນາງປະທານາທິບໍດີ Droupali Murmu ຢືນຢັນວ່າ, ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ຈະຊ່ວຍເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດສະໜິດແໜ້ນກວ່າອີກ; ທ່ານເນັ້ນໜັກເຖິງການພົວພັນດ້ານປ້ອງກັນຊາດ 2 ຝ່າຍທີ່ພວມສືບຕໍ່ຢູ່ໃນທ່າພັດທະນາຢ່າງຕັ້ງໜ້າ, ບັນລຸປະສິດທິຜົນ ຈະປະກອບສ່ວນສຳຄັນເຂົ້າໃນການພົວພັນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ