ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ເຂົ້າຮ່ວມເວທີປາໄສເຕັກນິກການທະຫານສາກົນ Army – 2024 ຢູ່ ລັດເຊຍ

(VOVWORLD) - ບັນດາບໍລິສັດແຖວໜ້າໃນຂະແໜງອຸດສາຫະກຳປ້ອງກັນຊາດຂອງ ລັດເຊຍ ໄດ້ແນະນຳ ແລະ ວາງສະແດງປະມານ 1.500 ຜະລິດຕະພັນ, ໃນນັ້ນມີບັນດາອາວຸດທີ່ກ້າວໜ້າ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ເຂົ້າຮ່ວມເວທີປາໄສເຕັກນິກການທະຫານສາກົນ Army – 2024 ຢູ່ ລັດເຊຍ - ảnh 1(ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມເວທີປາໄສ)

        ເວທີປາໄສເຕັກນິກການທະຫານສາກົນ (Army  2024) ໄດ້ໄຂຂຶ້ນໃນວັນທີ 12 ສິງຫາ, ຢູ່ສູນວາງສະແດງ Patriot, ໃກ້ກັບນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ. ບັນດາບໍລິສັດແຖວໜ້າໃນຂະແໜງອຸດສາຫະກຳປ້ອງກັນຊາດຂອງ ລັດເຊຍ ໄດ້ແນະນຳ ແລະ ວາງສະແດງປະມານ 1.500 ຜະລິດຕະພັນ, ໃນນັ້ນມີບັນດາອາວຸດທີ່ກ້າວໜ້າ. ເວທີປາໄສໂດຍມີການເຂົ້າຮ່ວມຂອງ 110 ຄະນະຜູ້ຕາງໜ້າດ້ານການທະຫານເປັນທາງການ ແລະ ບັນດາບໍລິສັດຕ່າງປະເທດ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າເຂົ້າຮ່ວມເວທີປາໄສ.

        ພາຍຫຼັງພິທີໄຂ, ທ່ານພົນເອກ ຟານວັນຢາງ ແລະ ບັນດາສະມາຊິກໃນຄະນະໄດ້ໄປຢ້ຽມຢາມບັນດາຮ້ານວາງສະແດງຢູ່ Army – 2024. ແຕ່ລະຮ້ານວາງສະແດງ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ແລກປ່ຽນບັນດາຂໍ້ມູນທີ່ກ່ຽວຂ້ອງ, ພ້ອມທັງຕີລາຄາສູງການເຂົ້າຮ່ວມຂອງບັນດາຫົວໜ່ວຍ, ວິສາຫະກິດທີ່ເຫດການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ