ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ຕ້ອນຮັບທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Marise Payne

(VOVWORLD) -ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອົດສະຕາລີ ເວົ້າລວມ ແລະ ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍເວົ້າສະເພາະ ສືບຕໍ່ມີບາດກ້າວພັດທະນາຫຼາຍຢ່າງ, ພິເສດ ນັບແຕ່ເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ຕ້ອນຮັບທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Marise Payne - ảnh 1 ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ຕ້ອນຮັບທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Marise Payne (ພາບ: TTXVN)

  ທີ່ການຕ້ອນຮັບ ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີMarise Payne ເຊິ່ງຖືກດໍາເນີນໃນຕອນບ່າຍວັນທີ 12 ມິຖຸນາ, ຢູ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕີລາຄາວ່າ ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອົດສະຕາລີ ເວົ້າລວມ ແລະ ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍເວົ້າສະເພາະ ສືບຕໍ່ມີບາດກ້າວພັດທະນາຫຼາຍຢ່າງ, ພິເສດ ນັບແຕ່ເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ. ກ່ຽວກັບບັນດາການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດຫວ່າງມໍ່ໆມານີ້, ທ່ານລັດຖະມົນຕີ ໂງຊວັນລິກ ຖືວ່າ ການຢ້ຽມຢາມຄັ້ງນີ້ ໄດ້ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ກອງທັບລະຫວ່າງສອງປະເທດ ແລະ ສ້າງຫາງສຽງອັນດີງາມກ່ຽວກັບການຮ່ວມມືລະຫວ່່າງ ຫວຽດນາມ - ອົດສະຕາລີ, ປະກອບສ່ວນເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາລວມຂອງພາກພື້ນ.

        ສ່ວນທ່ານນາງ ລັດຖະມົນຕີການຕ່າງປະເທດອົດສະຕາລີ Marise Payne ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນຂອງ ອົດສະຕາລີໃນພາກພື້ນ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ອົດສະຕາລີ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນວິວັດການເຂົ້າຮ່ວມການຮັກສາສັນຕິພາບ ສປຊ.

        ກ່ຽວກັບການຮ່ວມມື ໃນຂອບເຂດຫຼາຍຝ່າຍ, ສອງຝ່າຍເຫັນດີ ຈະສືບຕໍ່ຮັກສາການທາບທາມຄໍາເຫັນ, ຮ່ວມມືກັນຢ່າງແໜ້ນແຟ້ນ ຜ່່ານບັນດາກົນໄກຂອງພາກພື້ນ ໂດຍ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ນໍາພາ ແລະ ເວທີປາໄສ ອາຊຽນ - ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ