ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ຕ້ອນຮັບຜູ້ບັນຊາການທະຫານບົກ ອິນເດຍ

(VOVWORLD) -ໃນໄລຍະຈະມາເຖິງ, ບັນດາກົມກອງຂອງກະຊວງປ້ອງກັນປະເທດຫວຽດນາມ ແລະ ອິນເດຍຄວນສືບຕໍ່ເພີ່ມທະວີການຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ 
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ ຕ້ອນຮັບຜູ້ບັນຊາການທະຫານບົກ ອິນເດຍ - ảnh 1ທ່ານພົນເອກໂງຊວນລີກ ຕ້ອນຮັບທ່ານພົນເອກ Bipin Rawat, ຜູ້ບັນຊາການທະຫານບົກ ອິນເດຍ (ພາບ: qdnd.vn)

ຕອນບ່າຍວັນທີ 23 ພະຈິກ, ຢູ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກໂງຊວນລີກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Bipin Rawat, ຜູ້ບັນຊາການທະຫານບົກ ອິນເດຍ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ຖືວ່າ ໃນໄລຍະຈະມາເຖິງ, ບັນດາກົມກອງຂອງກະຊວງປ້ອງກັນປະເທດຫວຽດນາມ ແລະ ອິນເດຍຄວນສືບຕໍ່ເພີ່ມທະວີການຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ຄື: ການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ກອງປະຊຸມກຸ່ມຮ່ວມມືປ້ອງກັນຊາດສອງຝ່າຍ...  ພ້ອມກັນນັ້ນ ກໍສຸມໃສ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດບໍາລຸງສ້າງພະນັກງານ, ອຸດສາຫະກໍາປ້ອງກັນຊາດ, ຄົ້ນຄວ້າຍຸດທະສາດ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.

        ກ່ອນໜ້ານັ້ນ, ຢູ່່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານ ພົນໂທ ຟ້າມຮົ່ງເຮືອງ, ຮອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ກໍໄດ້ມີການເຈລະຈາກັບທ່ານພົນເອກ Bipin Rawat. 

ຕອບກັບ

ຂ່າວ/ບົດ​ອື່ນ