ທ່ານລັດຖະມົນຕີກະຊວງພາຍໃນຫວຽດນາມ ເລວິ໋ງເຕິນ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກທີ່ ສະຫະພັນລັດເຊຍ

(VOVWORLD) -ທ່ານເລວິ໊ງເຕິນກຳມະການສູນກາງພັກກອມມູນິດຫວຽດນາມ,ລັດຖະມົນຕີກະຊວງພາຍໃນຫວຽດນາມພ້ອມດ້ວຍຄະນະປະຕິບັດງານກະຊວງພາຍໃນກຳລັງມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ສະຫະພັນລັດເຊຍແຕ່ວັນທີ 4 ເຖິງ 10 ສິງຫາ, ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດສຳເນົາເອກະສານ, ວຽກງານພາຍໃນ, ວຽກງານຈັດຕັ້ງກົງຈັກຄຸ້ມຄອງລັດແລະບໍລິການສາທາລະນະ.
ທ່ານລັດຖະມົນຕີກະຊວງພາຍໃນຫວຽດນາມ ເລວິ໋ງເຕິນ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກທີ່ ສະຫະພັນລັດເຊຍ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)

        ໃນຕອນເຊົ້າວັນທີ 7 ສິງຫາທີ່ການພົບປະກັບທ່ານ Anatoly Seryshev ຜູ້ຊ່ວຍປະທານາທິບໍດີລັດເຊຍຢູ່ ສຳນັກງານຫ້ອງວ່າການປະທານາທິບໍດີລັດເຊຍ, ທ່ານເລວິ໊ງເຕິນລັດຖະມົນຕີກະຊວງພາຍໃນຫວຽດນາມໄດ້ສະແດງຄວາມປາດຖະໜາຢາກໃຫ້ຫ້ອງວ່າການປະທານາທິບໍດີລັດເຊຍແບ່ງປັນ, ແລກປ່ຽນບົດຮຽນກັບ ກະຊວງພາຍໃນຫວຽດນາມໃນຂົງເຂດທີ່ມີທ່າແຮງຂອງຕົນ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືດ້ານຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ເຂົ້າສູ່ລວງເລິກ.

        ກ່ອນນັ້ນ,ທີ່ການເຮັດວຽກກັບທ່ານ Andrei Artizov, ຫົວໜ້າອົງການສຳເນົາເອກະສານສະຫະພັນລັດເຊຍ, ສອງຝ່າຍໄດ້ແລກປ່ຽນໂດຍສັງເຂບກ່ຽວກັບ ພາລະບົດບາດໜ້າທີ່ສິດອຳນາດ, ໂຄງສ້າງການຈັດຕັ້ງຂອງບັນດາສຳນັກງານອົງການທີ່ກ່ຽວຂ້ອງ; ແລກປ່ຽນບົດຮຽນໃນການຈັດຕັ້ງຮູບແບບສຳເນົາເອກະສານທາງເອເລັກໂຕນິກຂອງລັດເຊຍ, ວຽກງານເກັບຮັກສາ, ເສີມຂະຫຍາຍຄຸນຄ່າບັນດາມໍລະດົກເອກະສານ…. ຕໍ່ຈາກນັ້ນ, ທ່ານລັດຖະມົນຕີ ແລະ ບັນດາສະມາຊິກໃນຄະນະໄດ້ເຂົ້າຮ່ວມເປັນສັກຂີພິຍານພິທີລົງນາມແຜນການຮ່ວມມືໃນໄລຍະ 2019-2022 ລະຫວ່າງກົມຂາເຂົ້າ-ອອກ ແລະ ສຳເນົາເອກະສານລັດ ແລະ ສຳນັກງານສຳເນົາເອກະສານສະຫະພັນລັດເຊຍ.       

ຕອບກັບ

ຂ່າວ/ບົດ​ອື່ນ