ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo: “ອາເມລິກາຮັບປະກັນຄວາມສະຫງົບປອດໄພໃຫ້ທັງຕວກກີ ແລະ ກໍາລັງຊາວ Kurd ຢູ່ ຊີຣີ”

(VOVWORLD) -ວໍຊິງຕັນ ຢາກຮັບປະກັນຄວາມສະຫງົບປອດໄພຢູ່ເຂດຊາຍແດນໃຫ້ທັງ ຕວກກີ ກໍຄືກໍາລັງທະຫານລາດ ທີ່ໄດ້ຄຽງບ່າຄຽງໄຫຼ່ກັບ ອາເມລິກາໃນການຕໍ່ສູ້ ຕ້ານອົງການ IS
ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo: “ອາເມລິກາຮັບປະກັນຄວາມສະຫງົບປອດໄພໃຫ້ທັງຕວກກີ ແລະ ກໍາລັງຊາວ Kurd ຢູ່ ຊີຣີ” - ảnh 1 ທ່ານລັດຖະມົນຕີີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: TTXVN)

 ວັນທີ 14 ມັງກອນ, ທ່ານລັດຖະມົນຕີີການຕ່າງປະເທດ ອາເມລິກາ Mike Pompeo ໃຫ້ຮູ້ວ່າ ບັນດາການເຈລະຈາທີ່ພວມຖືກດໍາເນີນນັ້ນ ແມ່ນມີສ່ວນກ່ຽວຂ້ອງເຖິງຂໍ້ສະເໜີແນະຂອງ ວໍຊິງຕັນ ເພື່ອແນໃສ່ສ້າງ “ເຂດປອດໄພ” ຢູ່ບັນດາເຂດຊາຍແດນຢູ່ທາງທິດຕາເວັນອອກສ່ຽງເໜືອ ຊີຣີ, ເຊິ່ງເປັນເຂດທີ່ມີຄວາມເຄັ່ງຕຶງພວມເພີ່ມຂຶ້ນລະຫວ່າງ ຕວກກີ ແລະ ກໍາລັງທະຫານລາດ Kurd ທີ່ອາເມລິກາ ໜູນຫຼັງ. ກ່າວຄໍາເຫັນກັບວົງການສື່ມວນຊົນ ຢູ່ ນະຄອນຫຼວງ Riyadh ( ຊາອຸດິ ອາຣັບບີ) ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ ຕາເວັນອອກກາງ, ທ່ານ Mike Pompeo ເນັ້ນໜັ້ກວ່າ ວໍຊິງຕັນ ຢາກຮັບປະກັນຄວາມສະຫງົບປອດໄພຢູ່ເຂດຊາຍແດນໃຫ້ທັງ ຕວກກີ ກໍຄືກໍາລັງທະຫານລາດ ທີ່ໄດ້ຄຽງບ່າຄຽງໄຫຼ່ກັບ ອາເມລິກາໃນການຕໍ່ສູ້ ຕ້ານອົງການ IS. ອາເມລິກາ ພວມຈັດຕັ້ງການເຈລະຈາ ກ່ຽວກັບເຂດປອດໄພດັ່ງກ່າວ ກັບບັນດາຝ່າຍທີ່ກ່ຽວຂ້ອງ.

        ຕາມທ່ານ Mike Pompeo ແລ້ວ, ຄໍາກ່າວເຕືອນຂອງທ່ານປະທານາທິບໍດີ Donald Trump ກ່ຽວກັບຜົນຮ້າຍຢ້ອນຫຼັງ ຖ້າຫາກ ຕວກກີ ບຸກໂຈມຕີ ກໍາລັງທະຫານລາດຊາວ Kurd ແມ່ນຈະບໍ່ສາມາດປ່ຽນແປງແຜນການຖອນນາຍທະຫານອາເມລິກາ ຈໍານວນ 2.000 ຄົນ ອອກຈາກປະເທດ ຕາເວັນອອກກາງນີ້. ທ່ານ Mike Pompeo ກໍຖືວ່່າ ຄໍາເຫັນຂອງທ່ານປະທານາທິບໍດີ Donald Trump ໃນສື່ສັງຄົມອອນລາຍ Twitter  ແມ່ນບົ່ງບອກເຖິງເລື່ອງຈັດວາງຄໍາສັ່ງລົງໂທດ.


ຕອບກັບ

ຂ່າວ/ບົດ​ອື່ນ